ນີ້ແມ່ນໝາກຜົນແຫ່ງການຄົ້ນຄວ້າ, ທົດລອງຂອງ Viettel ໃນຕະຫຼອດ 2 ປີຜ່ານມາ. ທົ່ວລະບົບໂຄງລ່າງ ແລະພື້ນຖານໃຫ້ IoT ຂອງ Viettel ພ້ອມແລ້ວທີ່ຈະສະໜອງໃຫ້ລູກຄ້າໃນເຄິ່ງຕົ້ນປີ 2019.

ປັດຈຸບັນ, Viettel ກໍ່ພວມທົດລອງບາງແອັບພຼີເຄຊັນ ໂດຍອີງໃສ່ໂຄງລ່າງເຊື່ອມຕໍ່ ແລະພື້ນຖານ IoT, ຈາກນັ້ນສ້າງພື້ນຖານ ເພື່ອພັດທະນາລະບົບຊີວະພາບບັນດາບໍລິການ IoT ໃນຕໍ່ໜ້າຢ່າງເປັນທາງການ.

leftcenterrightdel
ວິສາວະກອນຂອງ Viettel ພວມດໍາເນີນການທົດລອງແອັບພຼີເຄຊັນ IoT ກ່ອນທີ່ຈະສະໜອງໃຫ້ລູກຄ້າຢ່າງເປັນທາງການ. ພາບ: ວັນຟອງ.

ເຕັກໂນໂລຢີ NB- IoT ມີຄວາມສາມາດຕັດການເຊື່ອມຕໍ່ກັບອຸປະກອນ ເມື່ອບໍ່ເຄື່ອນໄຫວ, ສະນັ້ນ, ເວລາຕິດຕໍ່ຂອງອຸປະກອນຕົ້ນປາຍຖືກແກ່ຍາວເຖິງ 5 ປີ ແຕ່ບໍ່ຕ້ອງປ່ຽນຖ່ານໄຟ. ນີ້ແມ່ນປະຖົມປັດໄຈເພື່ອສ້າງເປັນສັງຄົມດີຈີຕອນຢ່າງແທ້ຈິງໃນການປະຕິວັດອຸດສາຫະກໍາ 4.0.

ໂດຍ: ທູຈາງ