ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ (COP 24) ພວມດຳເນີນຢູ່ Katowice, ປະເທດໂປໂລຍ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຂໍ້ຢັ້ງຢືນວ່າ, ບັນດາປະເທດພວມເຫັນປະຈັກຕາບັນດາຜົນກະທົບຂອງໄພພິບັດທຳມະຊາດ ພາໄປເຖິງການທຳລາຍໃນຂອບເຂດທົ່ວໂລກຢ່າງໜັກໜ່ວງ, ແຕ່ເຖິງຢ່າງໃດກໍ່ຕາມ, ມະນຸດຍັງບໍ່ທັນມີການກະທຳຢ່າງໄວວາ ແລະຄົບຖ້ວນເພື່ອສະກັດກັ້ນສະພາບການດັ່ງກ່າວ. ທ່ານ Guterres ກໍ່ຮຽກຮ້ອງໃຫ້ບັນດາປະເທດພັດທະນາເພີ່ມງົບປະມານໜູນຊ່ວຍບັນດາປະເທດພວມພັດທະນາໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ.

leftcenterrightdel
ກອງປະຊຸມ COP 24. ພາບ: REUTERS.

ເກືອບ 200 ປະເທດສະມາຊິກເຂົ້າຮ່ວມການລົງນາມໃນສັນຍາປາຣີ 2015 ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດທີ່ມີກຳນົດເວລາ 2 ອາທິດ ຢູ່ Katowice, ເພື່ອສ້າງສຳເລັດປະມວນມາດຕະຖານແນໃສ່ກົດໜ່ວງສະພາບອຸນຫະພູມຂອງໜ່ວຍໂລກເພີ່ມຂຶ້ນຢູ່ໃນລະດັບຕ່ຳກວ່າ 2°C ເມື່ອທຽບໃສ່ໄລຍະກ່ອນອຸດສາຫະກຳ ແລະສືບຕໍ່ມານະພະຍາຍາມເພື່ອກົດໜ່ວງສະພາບອຸນຫະພູມເພີ່ມຂຶ້ນເຖິງ 1,5°C.

ແຫຼ່ງຄັດຈາກ: vovworld.vn