ເພື່ອແນໃສ່ຊ່ວຍໃຫ້ລູກຄ້າປະຢັດເວລາ ແລະເຫື່ອແຮງ, Viettel ພ້ອມແລ້ວທີ່ຈະໜູນຊ່ວຍການໂອນເຂົ້າເຄືອຂ່າຍ Viettel ແຕ່ຍັງຄົງຮັກສາເບີໂທເກົ່າຢູ່ກັບເຮືອນຂອງລູກຄ້າ. ແບ່ງປັນກ່ຽວກັບການໜູນຊ່ວຍນີ້, ທ່ານນາງ ກາວທິທູຮ່ວຽນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ໂທລະຄົມມະນາຄົມ Viettel ໃຫ້ຮູ້ວ່າ: “Viettel ຍາມໃດກໍ່ຮັບຮູ້ວ່າ, ການປ່ຽນເຄືອຂ່າຍແຕ່ຮັກສາເບີໂທເກົ່າບໍ່ແມ່ນວ່າການແຂ່ງຂັນເພື່ອໃຫ້ບັນດາບໍລິສັດໂທລະຄົມມະນາຄົມແກ່ດຶງເບີໂທລະສັບຂອງກັນ, ຫາກແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດໂທລະຄົມມະນາຄົມປັບປຸງຄຸນນະພາບ, ບໍລິການເພື່ອດຶງດູດບັນດາເບີໂທລະສັບ. ເລື່ອງໜູນຊ່ວຍການປ່ຽນເຄືອຂ່າຍແຕ່ຮັກສາເບີໂທເກົ່າຢູ່ກັບເຮືອນຂອງລູກຄ້າແມ່ນການສະແດງໃຫ້ເຫັນຄວາມປາດຖະໜາທີ່ຢາກຮັບບໍລິການ ແລະເບິ່ງແຍງລູກຄ້າຢ່າງສຸດຈິດສຸດໃຈຂອງ Viettel”.

leftcenterrightdel
ລູກຄ້ານຳໃຊ້ບໍລິການໂທລະຄົມມະນາຄົມຂອງ Viettel. ພາບປະກອບ: qdnd.vn.

ໃນປັດຈຸບັນ, Viettel ແມ່ນບໍລິສັດໂທລະຄົມມະນາຄົມທີ່ມີໂຄງລ່າງຢ່າງກວ້າງຂວາງທີ່ສຸດຢູ່ຫວຽດນາມ. ນອກຈາກໂຄງລ່າງທີ່ກວ້າງຂວາງ ແລະຄຸນນະພາບບໍລິການນັບມື້ນັບໄດ້ຮັບການຍົກສູງແລ້ວ, Viettel ຍັງມີບັນດາລາຍການໂປໂມຊັ່ນທີ່ເໝາະສົມກັບແຕ່ລະກຸ່ມລູກຄ້າຢ່າງລຽນຕິດອີກດ້ວຍ.

ໂດຍ: ທູຮັ່ງ