Viettel ສາຂາແຂວງດັກນົງ ໄດ້ຮັບການສ້າງຕັ້ງໃນວັນທີ 15 ພະຈິກ 2005, ດ້ວຍຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງເບື້ອງຕົ້ນມີພະນັກງານ, ພາລະກອນພຽງ 3 ຄົນ ແລະສະຖານີ BTS 1 ແຫ່ງ. ທ່ານພັນເອກ ເຈິ່ນວັນທວນ, ຜູ້ອໍານວຍການ Viettel ສາຂາແຂວງດັກນົງ, ຫວນຄືນວ່າ: “ໃນໄລຍະຫາກໍ່ສ້າງຕັ້ງ ແລະເຄື່ອນໄຫວ, ເຄື່ອງໝາຍການຄ້າ, ຊື່ Viettel ຍັງແປກປະຫຼາດສຳລັບພະນັກງານ ແລະປະຊາຊົນໃນບໍລິເວນ. ຍ້ອນເຫດນັ້ນ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່, ດ້ວຍທິດນຳມຸ່ງໄປເຖິງຜົນປະໂຫຍດຂອງລູກຄ້າ, Viettel ໄດ້ປັບປຸງເຄື່ອງໝາຍການຄ້າ, ຢືນຢັນອິດທິພົນຊື່ສຽງຢ່າງວ່ອງໄວ. ພ້ອມກັບການຍູ້ແຮງການລົງທຶນກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມຢູ່ບໍລິເວນເຂດຫ່າງໄກສອກຫຼີກ, ເຂດຊາຍແດນ... Viettel ສາຂາແຂວງດັກນົງ ຍັງນໍາໜ້າໃນການສະໜອງບັນດາບໍລິການເຕັກໂນໂລຢີຂໍ້ມູນຂ່າວສານທີ່ທັນສະໄໝ, ສອດຄ່ອງກັບຄວາມຕ້ອງການຂອງລູກຄ້າ”.

ມາຮອດປະຈຸບັນ, Viettel ສາຂາແຂວງດັກນົງ ໄດ້ລົງທຶນກໍ່ສ້າງ 865 ສະຖານີ BTS, ໃນນັ້ນມີ 268 ສະຖານີ 2G, 304 ສະຖານີ 3G, 293 ສະຖານີ 4G, ປົກຄຸມສັນຍານເຖິງ 95% ເນື້ອທີ່ ແລະ 98% ເຂດຊຸມຊົນ; 100% ຕາແສງມີລະບົບສາຍກາບໃຍແສງຂອງ Viettel, ຮັບປະກັນສະໜອງບໍລິການອິນເຕີແນັດຄວາມໄວສູງ ແລະໂທລະພາບດີຈີຕອນຮຸ່ນໃໝ່. ພິເສດ, ຢູ່ເສັ້ນຊາຍແດນຕິດກັບກໍາປູເຈຍຍາວ 130 ກິໂລແມັດ, ໃນປະຈຸບັນ, ມີ 90 ບ້ານ (ຂອງ 7 ຕາແສງ, 4 ເມືອງຊາຍແດນ) ແລະ 12 ຄ້າຍທະຫານຊາຍແດນລ້ວນແຕ່ມີສະຖານີ BTS 4G ແລະສາຍກາບໃຍແສງ, ຮັບປະກັນໜ້າທີ່ປ້ອງກັນຊາດກໍ່ຄືການພັດທະນາເສດຖະກິດ-ສັງຄົມເປັນຢ່າງດີ.

leftcenterrightdel
Viettel ສາຂາແຂວງດັກນົງ ມອບທຶນສຶກສາຍ້ອນພວກນ້ອງມັກຮຽນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງແຂວງດັກນົງ ສົກຮຽນ 2018-2019. ພາບ: qdnd.vn.

ຄຽງຄູ່ກັບການພັດທະນາເຄືອຂ່າຍ, ບໍລິການໂທລະຄົມມະນາຄົມ, Viettel ສາຂາແຂວງດັກນົງ ຍັງເປີດກວ້າງບັນດາການໝູນໃຊ້ບໍລິການໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານທີ່ທັນສະໄໝ, ເໝາະສົມກັບລູກຄ້າແຕ່ລະຄົນ. ປະຈຸບັນ, Viettel ສາຂາແຂວງດັກນົງ ພວມສົມທົບກັບຂະແໜງສາທາລະນະສຸກຜັນຂະຫຍາຍຊອບແວຄຸ້ມຄອງສໍາລັບ 580 ຮ້ານຂາຍຢາໃນບໍລິເວນ ເພື່ອແນໃສ່ເຊື່ອມຕໍ່ກັບລະບົບຄຸ້ມຄອງຂະແໜງການຢາແຫ່ງຊາດ; ປະຕິບັດການຕິດຕັ້ງກ້ອງປ້ອງກັນຄວາມສະຫງົບໃຫ້ແກ່ຄະນະກໍາມະການປະຊາຊົນແຂວງ, ບັນດາເສັ້ນທາງຢູ່ເທດສະບານແຂວງຢາເຫງ້ຍ, ໃຈກາງເມືອງດັກມີ ແລະດັກເກີລອງ... ເດືອນທັນວາ 2018, Viettel ສາຂາແຂວງດັກນົງ ຈະສໍາເລັດ, ມອບຊອບແວລະບົບເຕືອນໄຟໄໝ້ໄວ Safeone ໃຫ້ຫ້ອງຕໍາຫຼວດດັບເພີງ, ຕໍາຫຼວດແຂວງດັກນົງ...

ຕີລາຄາກ່ຽວກັບການປະກອບສ່ວນຂອງ Viettel ໃນການພັດທະນາໂທລະຄົມມະນາຄົມ ແລະການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນບໍລິເວນ, ທ່ານ ກາວຮຸຍ, ຮອງປະທານຄະນະກໍາມະການປະຊາຊົນແຂວງດັກນົງ, ເນັ້ນໜັກວ່າ: Viettel ໄດ້ສ້າງເປັນການປະຕິວັດໃນຕະຫຼາດໂທລະຄົມມະນາຄົມ ແລະການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ; ຊ່ວຍທຸກຄົນ, ທຸກຄອບຄົວໄດ້ນຳໃຊ້ບໍລິການໂທລະຄົມມະນາຄົມທັນສະໄໝ. ທີ່ແຂວງດັກນົງ, Viettel ບໍ່ພຽງແຕ່ສະໜອງບໍລິການທີ່ມີຄຸນນະພາບສູງ, ບັນລຸປະສິດທິຜົນໃນການຜະລິດ, ດໍາເນີນທຸລະກິດເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນອີກດ້ວຍ.

ກ່ຽວກັບທິດທາງອັນໃຫຍ່ຫຼວງໃນໄລຍະຈະມາເຖິງ, ເພື່ອສືບຕໍ່ຢັ້ງຢືນ ຖານະບົດບາດ ແລະເຄື່ອງໝາຍການຄ້າ Viettel, Viettel ສາຂາແຂວງດັກນົງ ກໍານົດ: ສຸມໃສ່ຍົກສູງຄຸນນະພາບການບໍລິການທັງດ້ານພື້ນຖານໂຄງລ່າງ, ທ່າທີຮັບໃຊ້ ແລະບໍລິການລູກຄ້າ; ມານະພະຍາຍາມນຳອິນເຕີແນັດ, ສາຍສົ່ງສາຍກາບໃຍແສງເຖິງເຂດຊຸມຊົນທີ່ມີ 20 ຄອບຄົວຂຶ້ນໄປ; ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາການໝູນໃຊ້ຂອງເຄືອຂ່າຍອິນເຕີແນັດ 4G ເຖິງລູກຄ້າ; ກຽມພ້ອມໂຄງລ່າງ ແລະຊັບພະຍາກອນມະນຸດໃຫ້ແກ່ການຜັນຂະຫຍາຍເຄືອຂ່າຍອິນເຕີແນັດ 5G, ຕອບສະໜອງຄວາມຕ້ອງການກ່ຽວກັບໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານໃນບໍລິເວນແຂວງດັກນົງ.

ໂດຍ: ບົວພອນ