ດ້ວຍຫົວຂໍ້ “ຍາຈາງ-ສີສັນທະເລ”, ປີທ່ອງທ່ຽວແຫ່ງຊາດ 2019 - ຍາຈາງ, ແຄ໊ງຮວ່າ ໄດ້ດຳເນີນແຕ່ວັນທີ 31 ທັນວາ 2018 ຮອດທ້າຍປີ 2019 ດ້ວຍຫຼາຍຮ້ອຍເຫດການທີ່ມີຄວາມດູດດື່ມ. ພົ້ນເດັ່ນທີ່ສຸດແມ່ນງາມະໂຫລານການທ່ອງທ່ຽວທະເລ 2019; ງານປະກວດນາງງາມຫວຽດນາມປີ 2019... ພິເສດ, ປີນີ້, ພິທີໄຂປີທ່ອງທ່ຽວແຫ່ງຊາດ 2019 ໄດ້ສົມທົບກັບ Festival ທະເລຍາຈາງ - ແຄ໊ງຮວ່າ (ເດືອນ ພຶດສະພາ 2019).

leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: ສຳນັກຂ່າວສານຫວຽດນາມ.

ເລື່ອງສົມທົບສອງເຫດການນີ້ຈະປະກອບສ່ວນໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນຂອງການທ່ອງທ່ຽວທະເລ, ເກາະ, ຄວາມງາມຂອງອ່າວຍາຈາງ; ທັງແມ່ນໂອກາດເພື່ອໃຫ້ບັນດາແຂວງ, ນະຄອນແຄມທະເລຫວຽດນາມໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ.

ໂດຍ: ວຽງຄຳ