ກ່ອນໄດ້ຮັບການແຕ່ງຕັ້ງເປັນຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel, ທ່ານພັນເອກພິເສດ ຫງວຽນແທງນາມ ເປັນຮອງຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel, ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ Viettel ມຽນມາ (Mytel). ພາຍຫຼັງເຂົ້າຮ່ວມຄະນະການນຳ Viettel, ທ່ານ ຫງວຽນແທັງນາມ ຮັບຜິດຊອບວຽກງານຊັບພະຍາກອນມະນຸດ, ບຳລຸງສ້າງ, ກຸ່ມລູກຄ້າວິສາຫະກິດ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ຂົງເຂດເຄືອຂ່າຍອິນເຕີແນັດຂອງ Viettel. ຄືແນວນັ້ນ, ໃນປັດຈຸບັນ, ຄະນະການນຳ Viettel ມີ 5 ຄົນ, ລວມມີປະທານທັງເປັນຜູ້ອຳນວຍການໃຫຍ່ ແລະຮອງຜູ້ອຳນວຍການໃຫຍ່ 4 ຄົນ.

leftcenterrightdel
ແຕ່ງຕັ້ງທ່ານພັນເອກພິເສດ ຫງວຽນແທງນາມ ດຳລົງຕຳແໜ່ງເປັນຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel. ພາບ: ictnews.vn.

Viettel ກໍ່ມີການປ່ຽນແປງບຸກຄະລາກອນຂັ້ນສູງຢູ່ 3 ກົມກອງຂຶ້ນກັບ. ລະອຽດ, ທ່ານພັນຕີ ກາວແອງເຊີນ, ຜູ້ອຳນວຍການບໍລິສັດ Star Telecom ຮັບດຳລົງຕຳແໜ່ງເປັນຜູ້ຮັກສາການອຳນວຍການໃຫຍ່ບໍລິສັດໃຫຍ່ໂທລະຄົມມະນາຄົມ Viettel. ແລະທ່ານຮ້ອຍເອກພິເສດ ຮ່ວາງວັນງອັກ - ອະດີດຜູ້ອຳນວຍການໃຫຍ່ບໍລິສັດ Natcom ຮັບດຳລົງຕຳແໜ່ງເປັນຜູ້ອຳນວຍການບໍລິສັດ Viettel-CHT (Viettel IDC).

ໂດຍ: ທູຮັ່ງ