ກ່ອນໜ້ານັ້ນ, ລະບົບໂຄງລ່າງເຕັກນິກ, ຖັນແຖວບຸກຄະລາກອນ ກໍ່ໄດ້ຮັບການບຳລຸງສ້າງດ້ານວິຊາການທີ່ກ່ຽວຂ້ອງສຳເລັດເພື່ອກຽມພ້ອມຮັບໃຊ້ລູກຄ້າທີ່ມີຄວາມຕ້ອງການປ່ຽນເຄືອຂ່າຍ. ໃນໄລຍະຕົ້ນ, ບໍລິການປ່ຽນເຄືອຂ່າຍຮັກສາເບີໂທເດີມຈະນຳໃຊ້ສຳລັບບັນດາເບີໂທລາຍເດືອນ ແລະຫຼັງຈາກນັ້ນຈະເປີດກວ້າງຮັບໃຊ້ເບີໂທທັງໝົດໃນເຄືອຂ່າຍຕາມການກຳນົດຂອງກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ.

leftcenterrightdel
ບັນດາວິສະວະກອນຢູ່ສູນບໍລິຫານເຄືອຂ່າຍທົ່ວໂລກຂອງ Viettel. ພາບ: qdnd.vn.

ເພື່ອນຳໃຊ້ບໍລິການ Viettel ແຕ່ຍັງຄົງຮັກສາເບີໂທເດີມໄວ້, ລູກຄ້າສາມາດຄັດເລືອກໜຶ່ງໃນ 4 ວິທີການ: ໄປຍັງລະບົບຮ້ານຄ້າ, ຊັບພະສິນຄ້າ Viettel ໃນທົ່ວປະເທດ, ນຳໃຊ້ແອັບພ​ຼີ​ເຄ​ຊັນ My Viettel,  ຈົດທະບຽນການປ່ຽນເຄືອຂ່າຍຜ່ານເວັບໄຊ ຫຼືໂທຫາ 18008098.

ໂດຍ: ທູຮັ່ງ