ຕາມບົດລາຍງານແລ້ວ, ທັງ 8 ຄາດໝາຍ, ເຄືອຂ່າຍອິນເຕີແນັດ  3G ຂອງ Viettel ລ້ວນແຕ່ລື່ນກາຍການກໍານົດມາດຕະຖານຂອງກະຊວງຖະແຫຼງຂ່າວ ແລະສື່ສານ ແລະດີກວ່າເມື່ອທຽບກັບສອງບໍລິສັດໂທລະຄົມມະນາຄົມທີ່ໄດ້ຮັບການວັດແທກກວດການຳກັນ. ພົ້ນເດັ່ນ ຄື: ມີອັດຕາເຂົ້ານໍາໃຊ້ບໍລິການສໍາເລັດ 100% (ຄາດໝາຍ ≥ 90%), ລະດັບກຽມພ້ອມຂອງເຄືອຂ່າຍອິນເຕີແນັດ 99,98% (ຄາດໝາຍ ≥ 95%)...

ວິວັດການວັດແທກກວດກາໂດຍກົມໂທລະຄົມມະນາຄົມປະຕິບັດເປັນເອກະລາດ ແລະພາວະວິໄສໃນບັນດາແຂວງ: ລ້າງເຊີນ, ໄທງວຽນ, ກວາງຈິ, ກວາງບິ່ງ, ເບັ໊ນແຈ, ຕ່ຽນຢາງ ໃນລະຫວ່າງວັນທີ 14 - 25 ມິຖຸນາ 2018. ຜົນສຸດທ້າຍຫາກໍ່ໄດ້ຮັບການປະກາດຢູ່ເວັບໄຊຂອງກົມໂທລະຄົມມະນາຄົມ (http://vnta.gov.vn) ເດືອນຕຸລາ 2018.

leftcenterrightdel
ຕາມຜົນການວັດແທກປີ 2018 ຂອງກົມໂທລະຄົມມະນາຄົມສໍາລັບເຄືອຂ່າຍອິນເຕີແນັດ  3G. ພາບ: ຖຸ໋ຍມາຍ.
leftcenterrightdel
ຍົກສູງຄຸນນະພາບເຄືອຂ່າຍອິນເຕີແນັດແມ່ນໜ້າທີ່ປະຈໍາວັນຂອງຖັນແຖວນັກເຕັກນິກ Viettel. ພາບ: ຖຸ໋ຍມາຍ.

ແບ່ງປັນກ່ຽວກັບຜົນການວັດແທກກວດກາດັ່ງກ່າວ, ທ່ານ ຮ່າມີງຕ໋ວນ, ຮອງຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ເຄືອຂ່າຍ Viettel ໃຫ້ຮູ້ວ່າ: “Viettel ຍາມໃດກໍ່ຖືເຄືອຂ່າຍແມ່ນພື້ນຖານຂອງຄຸນນະພາບຜະລິດຕະພັນ, ການບໍລິການ. ຍ້ອນເຫດນັ້ນ, ດ້ວຍເຄືອຂ່າຍອິນເຕີແນັດ 2G, 3G ຫຼື 4G, Viettel ກໍານົດລົງທຶນໂຄງລ່າງເຄືອຂ່າຍອິນເຕີແນັດຢ່າງເລິກເຊິ່ງກວ້າງຂວາງ, ປົກຄຸມສັນຍານໃນທົ່ວປະເທດນັບແຕ່ໄລຍະຫາກໍ່ດໍາເນີນທຸລະກິດ”.

ວິທີວັດແທກຂອງກົມໂທລະຄົມມະນາຄົມໄດ້ຮັບການປະຕິບັດຕາມການກຳນົດມາດຕະຖານເຕັກນິກແຫ່ງຊາດ QCVN 81:2014/BTTTT ສໍາລັບບໍລິການເຂົ້ານໍາໃຊ້ອິນເຕີແນັດໃນເຄືອຂ່າຍໂທລະຄົມມະນາຄົມໂທລະສັບມືຖືໜ້າດິນ IMT-2000. ບັນດາທີ່ຕັ້ງວັດແທກກວດກາລວມມີ: ວັດແທກໃນເຮືອນ (ພາຍໃນກິດຈະກໍາສາທາລະນະ ຄື: ທ່າອາກາດສະຍານ, ສະຖານີລົດໄຟ, ສະຖານີລົດເມ, ໂຮງໝໍ...); ວັດແທກກາງແຈ້ງຢູ່ບັນດາທີ່ຕັ້ງຄົງທີ່ (ບັນດາສະຖານທີ່ເຕົ້າໂຮມປະຊາຊົນເປັນຈໍານວນຫຼວງຫຼາຍ ຄື: ເຂດໃກ້ກັບສະຖານີລົດໄຟ, ສະຖານີລົດເມ, ປະຕູໂຂງຕະຫຼາດ, ປະຕູໂຂງໂຮງໝໍ, ປະຕູໂຂງໂຮງຮຽນ...) ແລະວັດແທກກາງແຈ້ງເຄື່ອນທີ່ (ວັນແທກໃນວິວັດການຈະລາຈອນ). ນອກຈາກນັ້ນ, ກົມໂທລະຄົມມະນາຄົມກໍ່ຕັ້ງບັນດາຄວາມຮຽກຮ້ອງຕ້ອງການຕ່າງໆອີກ.

leftcenterrightdel
Viettel ຈັດວາງບຸກຄະລາກອນຕິດຕາມກວດກາຄຸນນະພາບຂອງບັນດາສະຖານີກະຈາຍສັນຍານ. ພາບ: ຖຸ໋ຍມາຍ.
leftcenterrightdel
Viettel ຍາມໃດກໍ່ລົງທຶນໂຄງລ່າງເຄືອຂ່າຍໂທລະຄົມມະນາຄົມຢ່າງເລິກເຊິ່ງກວ້າງຂວາງໃນທົ່ວປະເທດນັບແຕ່ໄລຍະເວລາສະໜອງບໍລິການ. ພາບ: ຖຸ໋ຍມາຍ.

ກ່ອນໜ້ານັ້ນ, ບໍລິສັດກວດກາລະດັບຄວາມໄວອິນເຕີແນັດໂດຍບໍ່ເສຍຄ່າ  Speedtest ກໍ່ໄດ້ປະກາດວ່າ Viettel ແມ່ນເຄືອຂ່າຍໂທລະສັບມືຖືໄວທີ່ສຸດຢູ່ຫວຽດນາມ ດ້ວຍລະດັບຄວາມໄວໃນການດາວໂຫຼດສູງສຸດ 28,22Mbps ແລະລະດັບຄວາມໄວໃນການອັບໂຫຼດສູງສຸດ13,56 Mbps.

ພິເສດ, ລະດັບ latency ເມື່ອເຂົ້ານໍາໃຊ້ອິນເຕີແນັດຂອງ Viettel ກໍ່ຕໍ່າກວ່າເມື່ອທຽບໃສ່ບັນດາບໍລິສັດໂທລະຄົມມະນາຄົມຕ່າງໆ, ດ້ວຍລະດັບສະເລ່ຍ 28ms, ເຊິ່ງແມ່ນລະດັບດີທີ່ສຸດເພື່ອຫຼິ້ນເກມອອນໄລ ແລະແບ່ງປັນ  video livestream. ດ້ວຍໝາກຜົນດັ່ງກ່າວ, Viettel ແມ່ນບໍລິສັດໂທລະຄົມມະນາຄົມທໍາອິດ ແລະໜຶ່ງດຽວທີ່ໄດ້ຮັບລາງວັນ Speedtest Award.

ໂດຍ: ຫງວຽນກຸກ