ທີ່ພິທີ, ທ່ານ ເຈີ່ນງອກເຈື່ອງ, ຜູ້ອຳນວຍສູນເຕັກໂນໄລຢີຂໍ້ມູນຂ່າວສານຂອງ Viettel ສາຂາແຂວງລ່າວກາຍ ໃຫ້ຮູ້ວ່າ, ການຕິດຕັ້ງ camera ຕິດຕາມກວດກາຄວາມໝັ້ນຄົງໃນປັດຈຸບັນໄດ້ຮັບການຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນ, ແຕ່ເມື່ອທຽບໃສ່ຜະລິດຕະພັນອື່ນໆໃນຕະຫຼາດ,  Vcam ຂອງ Vietel ມີຈຸດດີຫຼາຍຢ່າງ.

leftcenterrightdel
ຜູ້ຕາງໜ້າຄະນະກຳມະການປະຊາຊົນເມືອງບາວທັ໋ງ ແລະ Viettel ສາຂາເມືອງບາວທັ໋ງ ມອບບົດບັນທຶກມອບ-ຮັບລະບົບ camera ຕິດຕາມກວດກາຄວາມໝັ້ນຄົງ ແລະຄົມມະນາຄົມ. ພາບ: qdnd.vn.

ທ່ານ ຫງວຽນດຶກບີ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງບາວທັ໋ງ ໃຫ້ຮູ້ວ່າ,  ລະບົບ camera ຕິດຕາມກວດກາຄວາມໝັ້ນຄົງ ແລະຄົມມະນາຄົມໂດຍເມືອງບາວທັ໋ງ ສົມທົບກັບ Vietel ຜັນຂະຫຍາຍຕິດຕັ້ງ camera 30 ໜ່ວຍແຕ່ເດືອນຕຸລາ. ໃນໄລຍະຈະມາເຖິງ, ເມືອງບາວທັ໋ງ ຈະຜັນຂະຫຍາຍຕິດຕັ້ງ camera ໃນບໍລິເວນຕື່ມອີກເພື່ອຮັບໃຊ້ການຕິດຕາມກວດກາຄວາມໝັ້ນຄົງ ແລະຄົມມະນາຄົມ.

ໂດຍ: ທູຮັ່ງ