ສູນຂໍ້ມູນຮ່ວາລາກ ແລະສູນຂໍ້ມູນບີ່ງເຢືອງ ຂອງ Viettel IDC ແມ່ນ 2 ໃນ 5 ສູນຂໍ້ມູນໃຫຍ່ຂອງ Viettel IDC ໄດ້ຮັບການກໍ່ສ້າງໃນບັນດາເຂດເຕັກໂນໂລຢີສູງຢູ່ຮ່າໂນ້ຍ ແລະນະຄອນໂຮ່ຈິມິນ. ນີ້ໄດ້ຮັບຖືວ່າແມ່ນການລົງທຶນໃຫຍ່ກ່ຽວກັບໂຄງລ່າງ, ທົບ 3 ເທົ່າເມື່ອທຽບໃສ່ຮູບແບບໃນເມື່ອກ່ອນ.

leftcenterrightdel
ວິສາວະກອນຂອງ Viettel ຢູ່ສູນຂໍ້ມູນ. ພາບ: qdnd.vn.

ບັນດາສູນຂໍ້ມູນຂອງ Viettel IDC ລ້ວນແຕ່ໄດ້ປະກອບບັນດາເຕັກໂນໂລຢີຮັກສາຄວາມລັບ ແລະຄວາມປອດໄຟ. ເພື່ອນຳໃຊ້ບັນດາລະບົບອຸປະກອນທັນສະໄໝຢູ່ບັນດາສູນຂໍ້ມູນທີ່ບັນລຸມາດຕະຖານຢູ່ Viettel IDC, ຍາມໃດຖັນແຖວວິສາວະກອນກໍ່ປະຕິບັດຕາມບັນດາຂັ້ນຕອນ, ຕາມມາດຕະຖານສາກົນ, ຄວາມປອດໄພດ້ານຂໍ້ມູນຂ່າວສານກໍ່ແມ່ນໜຶ່ງໃນບັນດາປັດໃຈຫຼັກແຫຼ່ງປະກອບສ່ວນສ້າງຜົນສຳເລັດໃຫ້ Viettel IDC ເມື່ອສະໜອງບັນດາບໍລິການກ່ຽວກັບສູນຂໍ້ມູນໃຫ້ແກ່ລູກຄ້າພາຍໃນປະເທດ ແລະສາກົນ.

ໂດຍ: ທູຮັ່ງ