ຝົນຕົກນໍ້າຖ້ວມເຮັດໃຫ້ລະບົບຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນຢູ່ບາງສະຖານທີ່ຖືກເປ່ເພ, ໃນນັ້ນມີລະບົບສາຍສົ່ງຂອງກຸ່ມບໍລິສັດອຸດສາຫະກໍາ - ໂທລະຄົມມະນາຄົມກອງທັບ (Viettel). ໃນຂະນະທີ່ຝົນຕົກນໍ້າຖ້ວມຍັງບໍ່ຢຸດເຊົາເທື່ອນັ້ນ, ພະນັກງານ, ພາລະກອນຂອງ Viettel ສາຂາແຂວງຝູທໍ້ ໄດ້ລົງມືແກ້ໄຂເຫດການຢ່າງວ່ອງໄວ ແລະຮີບດ່ວນ, ຕໍ່ຄືນສາຍສົ່ງເພື່ອຮັບປະກັນຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນໃຫ້ແກ່ປະຊາຊົນ.

leftcenterrightdel
ນັກເຕັກນິກຂອງ Viettel ສາຂາເມືອງແທງເຊີນ (ແຂວງຝູທໍ້) ຟື້ນຟູຕອນສາຍກາບຖືກຂາດ. ພາບ: qdnd.vn.

ວັນທີ 23 ກໍລະກົດ, ບັນດານັກເຕັກນິກຂອງ Viettel ສາຂາເມືອງແທງເຊີນ - ເຊິ່ງແມ່ນໜຶ່ງໃນບັນດາບ່ອນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ໄດ້ຕັ້ງໃຈແກ້ໄຂດຶງສາຍກາບຕອນທີ່ຖືກຂາດມາຄືນຜ່ານແມ່ນໍ້າ ເບື໋ອ (ຕາແສງດິກກວ໋າ). ປະຈໍາການຊ່ວຍກູ້ລະບົບຂໍ້ມູນຂ່າວສານຢູ່ທີ່ນີ້ເປັນເວລາ 3 ວັນ, ອ້າຍ ດິງວັນດາດ (ນັກເຕັກນິກຂອງ Viettel ສາຂາເມືອງແທງເຊີນ) ໃຫ້ຮູ້ວ່າ: “ແຕ່ຕອນ 3 ໂມງເຊົ້າວັນທີ 20 ກໍລະກົດ, ແມ່ນໍ້າເບື໋ອ ຂຶ້ນໄວໄດ້ພັດເອົາຕົ້ນໄມ້ ແລະເຮືອບັນທຸກຊາຍທີ່ສະໝໍຂາດໄຫຼໄປຄາໃສ່ສາຍກາບເຮັດໃຫ້ສາບກາບຖືກຂາດ. ເຖິງຢ່າງໃດກໍ່ຕາມ, ຍ້ອນແມ່ນໍ້າຂຶ້ນສູງ ແລະໄຫຼແຮງ ສະນັ້ນພວກຂ້າພະເຈົ້າຕ້ອງລໍຖ້າຮອດມື້ນີ້ຈຶ່ງສາມາດດໍາເນີນການແກ້ໄຂຕອນສາຍກາບຖືກຂາດ ແລະດຶງສາຍກາບຜ່ານແມ່ນໍ້າໄດ້. ພາຍຫຼັງ 6 ຊົ່ວໂມງ, ພວກຂ້າພະເຈົ້າໄດ້ສໍາເລັດການແກ້ໄຂສາຍສົ່ງ”.

leftcenterrightdel
ພະນັກງານ, ພາລະກອນຂອງ Viettel ຂ້າມຫ້ວຍນໍາເອົາເຄື່ອງອຸປະກອນ, ເຊື້ອເພີງເພື່ອບັງຄັບເຄື່ອງຈັກໄຟຟ້າຢູ່ສະຖານີສົ່ງສັນຍານ BTS ຖືກຕັດຂາດ. ພາບ: ທໍ້ຮຽບ.

ຕາມທ່ານຮ້ອຍເອກພິເສດ ຫງວຽນຮົ່ງຟອງ, ຮອງຜູ້ອໍານວຍການ Viettel ສາຂາແຂວງຝູທໍ້ ແລ້ວ, ເມື່ອໄດ້ຮັບຂ່າວວ່າເກີດຝົນຕົກນໍ້າຖວ້ມ, ພະນັກງານ, ພາລະກອນ Viettel ສາຂາແຂວງຝູທໍ້ ໄດ້ປະຕິບັດການປະຈໍາການ ເພື່ອກຽມພ້ອມກູ້ຊ່ວຍບັນດາກໍລະນີ, ພ້ອມທັງສໍາຮອງນໍ້າມັນ, ໝໍ້ໄຟ. ເມື່ອເກີດເຫດ, ບັນດານັກເຕັກນິກຂອງ Viettel ໄດ້ແບ່ງເປັນກຸ່ມ ເພື່ອເຂົ້າເຖິງສະຖານທີ່ເກີດເຫດ, ພິເສດຢູ່ເມືອງແທງເຊີນ ແລະເມືອງເຕິນເຊີນ. ພ້ອມກັນນັ້ນ, ກົມກອງປະຕິບັດງານກໍ່ໄດ້ແບ່ງເປັນກຸ່ມເພື່ອປ່ຽນແທນກັນປະຈໍາການຢ່າງເປັນປະຈໍາ. ກົມກອງຍັງໄດ້ຮັບການຊ່ວຍເຫຼືອຈາກບັນດານັກເຕັກນິກຂອງສາຂາ Viettel ໃນບັນດາແຂວງ, ນະຄອນຄື: ນາມດີ້ງ, ຮືງອຽນ, ໄທບິ່ງ... ອີງໃສ່ສິ່ງດັ່ງກ່າວ, ການສ້ອມແປງຈຶ່ງໄດ້ດໍາເນີນຢ່າງຕໍ່ເນື່ອງ. ມາຮອດປະຈຸບັນ, ວຽກງານແກ້ໄຂ ເຫດການເກືອບສໍາເລັດແລ້ວ, ສາຍສົ່ງສັນຍານໂທລະສັບຕັ້ງໂຕະໄດ້ຮັບການແກ້ ໄຂໂດຍພື້ນຖານ, ໃນຂະນະທີ່ເຄືອຂ່າຍອິນເຕີແນັດ 2 ຈີຍັງຄົງໄດ້ຮັກສາໃນໄລຍະຝົນຕົກນໍ້າຖ້ວມ

ທ່ານຮ້ອຍເອກພິເສດ ຫງວຽນຮົ່ງຟອງ ກໍ່ໃຫ້ຮູ້ວ່າ, ເພື່ອກຽມພ້ອມຮັບມືກັບເຫດການຈາກໄພທໍາມະຊາດ, Viettel ສາຂາແຂວງຝູທໍ້ ມີຄະນະບັນຊາປ້ອງກັນ ແລະຕ້ານໄພທໍາມະຊາດໂດຍຜູ້ອໍານວຍການສາຂາເປັນຫົວໜ້າ. ແຕ່ລະປີພາຍໃຕ້ການບໍລິຫານຂອງຄະນະບັນຊາ, ກົມກອງລ້ວນແຕ່ປະຕິບັດການບໍາລຸງສ້າງ, ຝຶກແອບ ແລະຝຶກຊ້ອມ, ເນື້ອໃນລວມມີບັນດາກໍລະນີກ່ຽວຂ້ອງເຖິງການ ສະກັດກັ້ນ, ຕ້ານໄພໄໝ້, ໄຟດັບ, ສາຍກາບຂາດ... ຕາມນັ້ນແລ້ວ, ເມື່ອເກີດເຫດໄພທໍາມະຊາດໃນບໍລິເວນ, ສາຂາໄດ້ກຽມພ້ອມວິທີການກູ້ຊ່ວຍລະບົບຂໍ້ມູນຂ່າວສານເປັນຢ່າງດີ...

ໂດຍ: ຫງວຽນກຸກ