ທີ່ກອງປະຊຸມສໍາມະນາ, ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດໂຮນລັງ ເນັ້ນໜັກວ່າ, ໂຮນລັງມີຫຼາຍຄວາມຮູ້ດ້ານວິຊາສະເພາະກ່ຽວກັບການສົມທົບລະຫວ່າງນໍ້າ - ຂະແໜງກະສິກໍາ ເພື່ອໜູນຊ່ວຍຫວຽດນາມ. ໂຮນລັງ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ເພື່ອແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ ຄື: ການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງໃຫ້ເຂດທົ່ງພຽງ, ພິເສດແມ່ນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມທີ່ກໍາລັງປະເຊີນໜ້າກັບບັນດາສິ່ງທ້າທາຍຜ່ານເລື່ອງແບ່ງປັນຄວາມຮູ້ ແລະບົດຮຽນຂອງຕົນ.

leftcenterrightdel
ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດໂຮນລັງ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ຖຸ໋ຍອານ.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເຈືອງກວາງຮ່ວາຍນາມ, ຮອງປະທານຄະນະກໍາມະການປະຊາຊົນນະຄອນເກິນເທີ ຢັ້ງຢືນວ່າ: ຫວຽດນາມ ແລະໂຮນລັງ ແມ່ນສອງປະເທດທີ່ມີເຂດທ່ົງພຽງກວ້າງໃຫຍ່ ແລະຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ນໍ້າທະເລຂຶ້ນສູງ. ບັນດາຈຸດຄ້າຍຄືກັນນັ້ນໄດ້ນໍາ ຫວຽດນາມ ແລະໂຮນລັງ ກາຍເປັນຄູ່ຮ່ວມມື ແລະເພື່ອນມິດໃນຫຼາຍຂົງເຂດ.

ໂດຍ: ທູຈາງ