ນອກຈາກບັນດາຕະຫຼາດມູນເຊື້ອທີ່ພວມສ້າງກໍາໄລທີ່ດີໃຫ້ແກ່ Viettel Global ແລ້ວ, ບັນດາບໍລິສັດອື່ນໆ ຢູ່ບູຣູນດີ, ໄຮຕີ ກໍ່ພວມມີການປະກອບສ່ວນອັນໃຫຍ່ຫຼວງຍ້ອນການເຕີບໂຕຢ່າງແຮງ.

ຄ່າໃຊ້ຈ່າຍໃຫ້ການຂາຍເຄື່ອງ ແລະຄຸ້ມຄອງວິສາຫະກິດຂອງ Viettel Global ລ້ວນແຕ່ຫຼຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017 ຍ້ອນເລື່ອງຫັນປ່ຽນການເຄື່ອນໄຫວຕາມຮູບແບບ holding.

leftcenterrightdel
Halotel - ເຄືອຂ່າຍໂທລະສັບມືຖືຂອງ Viettel ຢູ່ຕັງຊານີ. ພາບ: ແທງຮ່າ.

ລາຍຮັບຈາກການເຄື່ອນໄຫວດ້ານການເງິນຂອງ Viettel Global ໃນໄຕມາດ III ເພີ່ມຂຶ້ນ 54% ເມື່ອທຽບໃສ່ປີ 2017 ຍ້ອນປະຕິບັດບັນດາມາດຕະການນຳໃຊ້ແຫຼ່ງທຶນດີທີ່ສຸດ, ຄຸ້ມຄອງແຫຼ່ງທຶນຕ່າງປະເທດເປັນຢ່າງດີ ແລະຍົກສູງປະສິດທິຜົນການ ລົງທຶນ, ຜ່ານນັ້ນສ້າງກໍາໄລຫຼາຍສົມຄວນໃຫ້ແກ່ການເຄື່ອນໄຫວລົງທຶນດ້ານການເງິນ.

ຮອດທ້າຍໄຕມາດ III ປີ 2018, Viettel Global ມີທຶນດໍາລັດແມ່ນ 30.438 ຕື້ດົ່ງ, ຊັບສິນທັງໝົດລວມມູນຄ່າ 59.029 ຕື້ດົ່ງ, ເພີ່ມຂຶ້ນ 13,6 % ເມື່ອທຽບໃສ່ຕົ້ນປີ.

ໂດຍ: ທູຈາງ