ຈຸ​ດປະສົງຂອງ​ກອງ​ປະຊຸ​ມຄັ້ງ​ນີ້ເພື່ອ​ຍົກ​ສູງ​ບົດບາດ​ການ​ເຄື່ອນ​ໄຫວ​ຂອງ​ອົງການພຸດທະ​ສາ​ສະ​ໜາສຳພັນ​ລາວ​ ແຕ່ລະ​ຂັ້ນ, ​ເປັນ​ການ​ສ້າງ​ເງື່ອນ​ໄຂໃຫ້​ຜູ້​ແທນສົງ 3 ປະ​ເທດ  ​ໄດ້​ພົບ​ປະ​ປຶກສາ​ຫາລື​ແລກປ່ຽນຄຳ​ຄິດ​ເຫັນ​ເພື່ອ​ຮ່ວມ​ມື​ກັບ​ອົງການ​ຊາວ​ພຸດ​ກຳປູ​ເຈ​ຍ ​ແລະຫວຽດນາມ  ​​ໃນ​ດ້ານ​ພຸດທະ​ສາສະໜາ​ໃນ​ເງື່ອນ​ໄຂ​ໃໝ່ ທີ່​ມີ​ການ​ເຊື່ອມ​ໂຍງ​ພາກ​ພື້ນ  ​ແລະສາກົນ​ເປັນ​ການ​ປະກອ​ບສ່ວນຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ​ຂອງ​ອົງການ​ຊາວ​ພຸດ ກໍ່​ຄືພຸດທະສາສະນິກະຊົນ 3 ປະ​ເທດ.

leftcenterrightdel
ພາບປະກອບຈາກ: btgcp.gov.vn.

ໃນ​ກອງປະຊຸມ​ຄັ້ງ​ນີ້,  ຜູ້​ແທນ​ຈະ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ເຫັນ​ຂອງ​ປະທານ​ພຸດ​ທະ​ສາສະໜາ  ​ແລະຄະນະ​ນຳ​ຂອງ​ຝ່າຍ​ຄາ​ລະວາ​ດທີ່​ກ່ຽວຂ້ອງ​ຂອງ  3 ປະ​ເທດ. ນອກ​ນີ້, ຜູ້​ແທນ​ຝ່າຍກຳປູ​ເຈຍ  ​ແລະຫວຽດນາມ ​ຈະ​ໄດ້​ເຂົ້າຢ້ຽມຄຳນັບການ​ນຳ​ຂັ້ນ​ສູງ​ຂອງ​ພັກ-​ລັດ​  ​ແລະຈະ​ໄດ້​ມີ​ການ​ລົງ​ນາມ​ສອງ​ຝ່າຍ​ ໃນ​ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມືລະຫວ່າງອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ  ກັບອົງການ​ພຸດທະສາ​ສະໜາ​ຫວຽດນາມ,  ອົງການ​ພຸດທະ​ສາສະໜາ​ສຳພັນ​ລາວ  ກັບອົງການ​ພຸດທະສາ​ສະໜາ​ກຳປູ​ເຈຍ,  ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ກັບສູນ​ກາງ​ແນວ​ໂຮມ​ສາມັກ​ຄີ​ພັດທະນາ​ມາຕຸພູມ​ກຳປູ​ເຈຍ.  ຈາກ​ນັ້ນ, ຈະ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ 3 ຝ່າຍ ກໍາປູ​ເຈຍ-​ລາວ-​ຫວຽດນາມ.

ໃນໂອກາດການ​ມາ​ຮ່ວມ​ກອງ​ປະຊຸມ​ດັ່ງ​ກ່າວ,  ຄະນະ​ຜູ້​ແທນ​ກໍາປູ​ເຈ​ຍ ​ແລະຫວຽດນາມ​ ຈະ​ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ​ພື້ນ​ຖານ​ວັດທະນະທຳ​ທີ່​ສຳຄັນ​ຂອງນະຄອນຫລວງ​ວຽງ​ຈັນ​  ແລະຫລວງ​ພະ​ບາງ,  ຄະນະ​ຜູ້​ແທນ​ຈະ​ພົບ​ປະ​ກັບທ່ານເຈົ້າ​ແຂວງ ​ແລະ ຄະນະນຳແຂວງ​ຫລວງ​ພະ​ບາງ,  ຢ້ຽມຢາມ​ສະຖານ​ທີ່​ວັດທະນະທຳ​​ເມືອງ​ມໍລະດົກ​ໂລກ​ຕື່ມອີກ.

ຂ່າວ: ສຸກ​ສະຫວັນ ອຸ​ໄລ​ລັດ