ພາຍຫຼັງ 10 ປີປະຕິບັດລາຍການ, ໃນທົ່ວປະເທດໄດ້ມີເດັກນ້ອຍທຸກຍາກ 4.500 ຄົນໄດ້ຮັບການໜູນຊ່ວຍຄ່າຜ່າຕັດຫົວໃຈຈາກລາຍການ; ເດັກນ້ອຍ 100.000 ຄົນໄດ້ຮັບການກວດພະຍາດໂລກຫົວໃຈມາແຕ່ເກີດໂດຍບໍ່ເສຍຄ່າຢູ່ເກືອບ 50 ແຂວງເຂດຫ່າງໄກສອກຫຼີກໃນທົ່ວປະເທດ; ຈໍານວນເງິນ 136,2 ຕື້ດົ່ງແມ່ນເງິນບໍລິຈາກຂອງສ່ວນບຸກຄົນ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດ ເພື່ອປະຕິບັດການຜ່າຕັດໃຫ້ເດັກນ້ອຍເປັນພະຍາດໂລກຫົວໃຈມາແຕ່ເກີດຂອງລາຍການ. ມີ 40 ໂຮງໝໍໄດ້ຮັບອຸປະກອນຈາກລາຍການຊ່ວຍຍົກສູງກໍາລັງຄວາມສາມາດໃນການຜ່າຕັດ, ປິ່ນປົວພະຍາດໂລກຫົວໃຈເສັ້ນເລືອດ...

ລາຍການ “ຫົວໃຈໃຫ້ນ້ອງ” ແມ່ນລາຍການກຸສົນມະນຸດສະທຳໂດຍກຸ່ມບໍລິສັດອຸດສາຫະກໍາ - ໂທລະຄົມມະນາຄົມກອງທັບ (Viettel) ແລະກອງທຶນສາຍໃຈຫວຽດນາມ - ສະຖານີໂທລະພາບຫວຽດນາມ ສົມທົບກັນ ປະຕິບັດ. ຕາມນັ້ນແລ້ວລາຍການປະຕິບັດການຜ່າຕັດຫົວໃຈໂດຍບໍ່ເສຍຄ່າໃຫ້ເດັກນ້ອຍທຸກຍາກທີ່ມີອາຍຸຕໍ່າກວ່າ 16 ປີຢູ່ຫວຽດນາມ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບໃນຄໍ່າຄືນສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງລາຍການ “ຫົວໃຈໃຫ້ນ້ອງ”.

leftcenterrightdel
ທ່ານນາງ ດັ້ງທິຫງອກທີ້ງ ຮອງປະທານປະເທດຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ກອງທຶນສາຍໃຈຫວຽດນາມ, ສະຖານີໂທລະພາບຫວຽດນາມ. ພາບ: qdnd.vn.
leftcenterrightdel
ທ່ານນາງ ດັ້ງທິຫງອກທີ້ງ ຮອງປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ລາຍການ. ພາບ: qdnd.vn.
leftcenterrightdel
ຄະນະຈັດຕັ້ງມອບຂອງຂວັນພິເສດແມ່ນປາກກາເປັນທີ່ລະນຶກຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ທີ່ມອບໃຫ້ສ່ວນບຸກຄົນ, ໝູ່ຄະນະທີ່ມີການປະກອບສ່ວນຫຼາຍຢ່າງ, ສະໜັບສະໜູນ ແລະຮ່ວມມືກັບລາຍການ “ຫົວໃຈໃຫ້ນ້ອງ”. ພາບ: qdnd.vn.
leftcenterrightdel
ກະຊວງສາທາລະນະສຸກມອບໃບຍ້ອງຍໍໃຫ້ບັນດາສ່ວນບຸກຄົນທີ່ມີການປະກອບສ່ວນດີເດັ່ນໃຫ້ລາຍການໃນຕະຫຼອດ 10 ປີຜ່ານມາ. ພາບ: qdnd.vn.
leftcenterrightdel
ນັກຮ້ອງ ແຄ໋ງລີງ ຂັບຮ້ອງບົດເພງ “ດ່ຽວຄົງເຖເໝິດ (ສິ່ງບໍ່ສາມາດເສຍໄປໄດ້)”. ພາບ: qdnd.vn.
leftcenterrightdel
ການສະແດງສິລະປະຊົມເຊີຍລາຍການ. ພາບ: qdnd.vn.
leftcenterrightdel
ທ່ານພົນຈັດຕະວາ ເລດັງຢຸ້ງ, ຮັບຜິດຊອບປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວຄຳເຫັນທີ່ລາຍການພົບປະແລກປ່ຽນ. ພາບ: qdnd.vn.
leftcenterrightdel
ນາງງາມຫວຽດນາມ ປີ 2016 ໂດ໋ມິລີງ ແລະພວກນ້ອງນ້ອຍຢູ່ລາຍການ. ພາບ: qdnd.vn.
leftcenterrightdel
ທ່ານນາງ ດັ້ງທິຫງອກທີ້ງ ຮອງປະທານປະເທດຫວຽດນາມ ແລະບັນດາຜູ້ແທນສ້າງຂີດໝາຍໃຫ້ລາຍການ “ຫົວໃຈໃຫ້ນ້ອງ” ປີທີ 11. ພາບ: qdnd.vn.
leftcenterrightdel
ລາຍການ “ຫົວໃຈໃຫ້ນ້ອງ” ສ້າງຄວາມຫວັງໃຫ້ຄົນເປັນພະຍາດໂລກຫົວໃຈທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn.

ໂດຍ: ທະນາພອນ