leftcenterrightdel

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Édouard Philippe ນາຍົກລັດຖະມົນຕີຝະລັ່ງ ເປັນສັກຂີພິຍານພິທີເຊັນສັນຍາສັ່ງຊື້ເຮືອບິນ A321neo 50 ລຳຂອງບໍລິສັດຫຸ້ນສ່ວນການບິນ Vietjet. ພາບ: ສຳນັກຂ່າວສານຫວຽດນາມ

ນີ້ແມ່ນບາດກ້າວສຳເລັດບົດບັນທຶກຊ່ວຍຈຳ ເຊິ່ງສອງຝ່າຍໄດ້ລົງນາມກ່ອນໜ້ານັ້ນ. ສັນຍານີ້ຈະໜູນຊ່ວຍໃຫ້ຍຸດທະສາດພັດທະນາຂອງ Vietjet, ຍົກສູງປະສິດທິພາບ ແລະຂອບເຂດການເຄື່ອນໄຫວເພື່ອພັດທະນາສາຍການບິນບິນຂອງບໍລິສັດ, ເພື່ອຂົນສົ່ງຜູ້ໂດຍສານໄປຫຼາຍແຫ່ງໃນໂລກກວ່າອີກ; ພ້ອມທັງ, ສ້າງພັນທະມິດການບິນໃນພາກພື້ນອາຊີ - ປາຊີຟິກ. ພ້ອມກັບສັນຍານີ້, Airbus ຈະຜັນຂະຫຍາຍບັນດາລາຍການບຳລຸງສ້າງໃໝ່, ຝຶກແອບນັກບິນ, ວິສະວະກອນ, ຊ່າງເຄື່ອງ, ລາຍການບໍລິຫານການບິນ ແລະຄຸ້ມຄອງຄວາມປອດໄພໃຫ້ Vietjet

ໂດຍ: ທູຮັ່ງ