ການປະຢັດໃນກໍາມະບານກອງທັບໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ. ຈາກແຜນນະໂຍບາຍປະຕິບັດການປະຢັດຂອງກໍາມະບານທຸກຂັ້ນໃນກອງທັບ, ມີຫຼາຍກົມກອງໄດ້ຄົ້ນຄວ້າສໍາເລັດຜົນບັນດາຫົວເລື່ອງ, ຜະລິດຕະພັນທີ່ມີມູນຄ່າເສດຖະກິດສູງ. ບັນດາວິສາຫະກິດຜະລິດສິນຄ້າດ້ານປ້ອງກັນຊາດມີຫຼາຍແຜນນະໂຍບາຍຊຸກຍູ້ການເສີມຂະຫຍາຍຂໍ້ລິເລີ່ມ, ດັດແປງເຕັກນິກ; ເຮັດໃຫ້ການຜະລິດເໝາະສົມແນໃສ່ປະຢັດວັດຖຸອຸປະກອນ, ເຊື້ອເພີງ, ເພີ່ມສະມັດຕະພາບການອອກແຮງງານ; ຍົກສູງຄຸນນະພາບຜະລິດຕະພັນ, ປະກອບສ່ວນປະຕິບັດສໍາເລັດໜ້າທີ່ການເມືອງຈຸດສຸມເປັນຢ່າງດີ.

leftcenterrightdel
ພັນໂທ ຫງຽມທິມິງເຕິມ. ພາບ: ດັງຫງີ້.

ການເຄື່ອນໄຫວຂອງກໍາມະບານກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ແມ່ນພະຍານຫຼັກຖານໃຫ້ຂໍ້ສັງເກດດັ່ງກ່າວດ້ວຍສະມາຊິກກໍາມະບານເກືອບ 30.000 ຄົນ ເຊິ່ງເຄື່ອນໄຫວໃນ 81 ອົງການຈັດຕັ້ງກໍາມະບານຮາກຖານ ຍາມໃດກໍ່ປະຕິບັດການປະຢັດ, ຕ້ານການຟຸມເຟືອຍ. ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານກົນໄກເງິນເດືອນໃຫ້ Viettel. ກົນໄກນີ້ສ້າງກໍາລັງໜູນເພື່ອໃຫ້ພະນັກງານ, ກໍາມະກອນ, ພາລະກອນຂອງ  Viettel ປະຢັດຄ່າໃຊ້ຈ່າຍໃນຂົງເຂດຕ່າງໆ ຄື: ຄຸ້ມຄອງ, ຜະລິດດໍາເນີນທຸລະກິດ, ການລົງທຶນ, ກໍ່ສ້າງ, ພິເສດແມ່ນການປະຕິບັດຂະບວນການເສີມຂະຫຍາຍຂໍ້ລິເລີ່ມ, ດັດແປງເຕັກນິກຢ່າງມີປະສິດທິຜົນ. ໃນໄລຍະ 5 ປີ (2013-2018), ກໍາມະບານ Viettel ໄດ້ມີກວ່າ 1.600 ຂໍ້ລິເລີ່ມ, ນໍາມາເຊິ່ງຜົນປະໂຫຍດທີ່ມີມູນຄ່າກວ່າ 1.475 ຕື້ດົ່ງ; ບັນດາອົງການຈັດຕັ້ງກໍາມະບານ, ສະມາຊິກກໍາມະບານ, ຜູ້ອອກແຮງງານໄດ້ປະກອບສ່ວນເພື່ອໃຫ້ Viettel ປະຢັດໄດ້ 14.000 ຕື້ດົ່ງ ໃນ 5 ປີຜ່ານມາ, ຍົກສູງປະສິດທິຜົນໃນການຜະລິດດໍາເນີນທຸລະກິດ.

ຈາກສະພາບຕົວຈິງຂອງກໍາມະບານ Viettel, ປາດຖະໜາວ່າ, ກອງປະຊຸມຄວນກໍານົດຄາດໝາຍ, ມາດຕະການຍູ້ແຮງຂະບວນການປະຢັດໃນອົງການຈັດຕັ້ງກໍາມະບານ ແລະພະນັກງານ, ສະມາຊິກກໍາມະບານ, ຜູ້ອອກແຮງງານ. ວຽກງານຄຸ້ມຄອງລາຍຮັບ,  ລາຍຈ່າຍການເງິນ, ການຄຸ້ມຄອງຊັບສິນກໍາມະບານຄວນປະຕິບັດຕາມທິດເປັນອາຊີບ, ເປີດເຜີຍ ແລະກະຈ່າງແຈ້ງ, ປະຕິບັດແຈກຢາຍຢ່າງສະເໝີພາບ, ມີປະສິດທິຜົນ; ສ້າງແຫຼ່ງກໍາລັງເພື່ອຕອບສະໜອງໜ້າທີ່ຂອງອົງການຈັດຕັ້ງກໍາມະບານໃນສະພາບການໃໝ່.

ໂດຍ: ທູຈາງ