leftcenterrightdel
ລູກຄ້າຈົດທະບຽນນໍາໃຊ້ບໍລິການໂທລະຄົມມະນາຄົມຂອງ Viettel. ພາບ: qdnd.vn.

ຕາມສູນເບິ່ງແຍງດູແລລູກຄ້າຂອງ Viettel ແລ້ວ, ບໍ່ມີລູກຄ້າໃດປະສົບກັບຄວາມຫຍຸ້ງຍາກໃນການຫັນປ່ຽນເບີໂທລະສັບ ໃນວັນທີ 15 ກັນຍາ. ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງກົມໂທລະຄົມມະນາຄົມກໍ່ໄດ້ລົງກວດກາວິວັດທະນາການຫັນປ່ຽນເບີໂທລະສັບມືຖື 11 ຕົວເລກເປັນ10 ຕົວເລກ ຄັ້ງທໍາອິດຂອງ Viettel ຢູ່ສູນບໍລິຫານໂທລະຄົມມະນາຄົມ ຮວ່າລາກ ແລະສະຫຼຸບວ່າ Viettel ໄດ້ມີການກະກຽມໃຫ້ການຫັນປ່ຽນນີ້ຢ່າງຮອບຄອບຖີ່ຖ້ວນ.

ໂດຍ: ທູຈາງ