ຕາມນັ້ນແລ້ວ, ກຸ່ມບໍລິສັດ Viettel ຕົກລົງຫັກເງິນ 20 ຕື້ດົ່ງຈາກກອງທຶນສະຫວັດດີການ ເພື່ອຊື້ປຶ້ມປະມານ 350.000 ເຫຼັ້ມໃນ 4 ຂົງເຂດຄື: ປະຫວັດສາດ, ວັດທະນະທໍາ-ການດໍາລົງຊີວິດຢ່າງສວຍງາມ, ທັກສະໃນການດໍາລົງຊີວິດ-ແຮງບັນດານໃຈ ແລະຫຼາຍທີ່ສຸດແມ່ນຂົງເຂດວັນນະຄະດີເພື່ອມອບໃຫ້ຄ້າຍຄຸມຂັງ, ໂຮງຮຽນບຳລຸງດັດສ້າງ  60 ແຫ່ງທີ່ຢູ່ໃນການຄຸ້ມຄອງຂອງກົມໃຫຍ່ VIII, ກະຊວງຕໍາຫຼວດ.

leftcenterrightdel
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງກ່າວຄໍາເຫັນທີ່ພິທີ. ພາບ: ວັນຟອງ.

ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຂົ້າຮ່ວມ, ກ່າວຄໍາເຫັນຊີ້ນໍາ ແລະຕັດແຖບຜ້າເປີດນໍາໃຊ້ຫໍສະໝຸດໃໝ່ຂອງຄ້າຍຄຸມຂັງງັອກລີ໊.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນແມ້ງຮຸ່ງ ກ່າວຄໍາເຫັນທີ່ພິທີ. ພາບ: ວັນຟອງ.

ທີ່ພິທີ, ທ່ານພົນຈັດຕະວາ ຫງວຽນແມ້ງຮຸ່ງ, ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ Viettel ຢັ້ງຢືນວ່າ: “ ປຶ້ມບໍ່ພຽງແຕ່ແມ່ນເພື່ອນເທົ່ານັ້ນ, ຫາກຍັງແມ່ນເພື່ອນມິດທີ່ດີ, ແມ່ນເພື່ອນທີ່ຮູ້ເຂົ້າເພື່ອແບ່ງປັນຄວາມມ່ວນຊື່ນ, ຄວາມໂສກເສົ້າຂອງແຕ່ລະຄົນ. ພວກຂ້າພະເຈົ້າກໍ່ມີຄວາມເຊື່ອໝັ້ນວ່າ, ທຸກຄົນ, ເຖິງວ່າຖືກຫຼົງຜິດ, ລ້ວນແຕ່ເໝາະສົມ ແລະຄວນໄດ້ສໍາຜັດກັບພູມປັນຍາເພື່ອປ່ຽນແປງ ແລະເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່ຍ້ອນຄວາມມານະພະຍາຍາມດໍາລົງຊີວິດຢ່າງສຸດຈະຫຼິດ ແລະມີຄວາມເຂົ້າໃຈ. ພວກຂ້າພະເຈົ້າປາດຖະໜາວ່າ, ຜ່ານການອ່ານປຶ້ມ, ເຂົາເຈົ້າຈະຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີກວ່າອີກ, ຫຼຸດຜ່ອນໄລຍະເວລາທີ່ຢູ່ຫ່າງກັນກັບຄອບຄົວ ແລະສັງຄົມລົງ”.

leftcenterrightdel
ທ່ານນາງ ເຈືອງທິມາຍ ແລະບັນດາຜູ້ແທນຕັດແຖບຜ້າເປີດນໍາໃຊ້ຫໍສະໝຸດໃໝ່ຢູ່ຄ້າຍຄຸມຂັງງັອກລີ໊ (ເມືອງເຕິນອຽນ, ແຂວງບັກຢາງ). ພາບ: ວັນຟອງ.
leftcenterrightdel
ພິທີມອບເງິນ 20 ຕື້ດົ່ງຂອງລາຍການ Viettel ມອບປຶ້ມໃຫ້ຄ້າຍຄຸມຂັງ, ໂຮງຮຽນບຳລຸງດັດສ້າງ  60 ແຫ່ງຢູ່ໃນການຄຸ້ມຄອງຂອງກົມໃຫຍ່ VIII, ກະຊວງຕໍາຫຼວດ. ພາບ: ວັນຟອງ.
leftcenterrightdel
 
leftcenterrightdel
ທ່ານນາງ ເຈືອງທິມາຍ ແລະທ່ານພົນຈັດຕະວາ ຫງວຽນແມ້ງຮຸ່ງ ຢ້ຽມຊົມຫໍສະໝຸດໃໝ່. ພາບ: ວັນຟອງ.
leftcenterrightdel
 
leftcenterrightdel
ທີ່ຫໍສະໝຸດ, Viettel ໄດ້ຄັດເລືອກປຶ້ມເກືອບ 1400 ຫົວປຶ້ມ, ໃນ 4 ຂົງເຂດຄື: ປະຫວັດສາດ, ວັດທະນະທໍາ-ການດໍາລົງຊີວິດຢ່າງສວຍງາມ, ທັກສະໃນການດໍາລົງຊີວິດ-ແຮງບັນດານໃຈ ແລະຫຼາຍທີ່ສຸດແມ່ນຂົງເຂດວັນນະຄະດີ. ພາບ: ວັນຟອງ.
leftcenterrightdel
ທ່ານນາງ ເຈືອງທິມາຍ ແລະບັນດາຜູ້ແທນປູກຕົ້ນໄມ້ເປັນທີ່ລະນຶກຢູ່ຄ້າຍຄຸມຂັງງັອກລີ໊ (ເມືອງເຕິນອຽນ, ແຂວງບັກຢາງ). ພາບ: ວັນຟອງ.
leftcenterrightdel
ທ່ານນາງ ເຈືອງທິມາຍ ຖ່າຍຮູບກັບບັນດາຜູ້ແທນ. ພາບ: ວັນຟອງ.
leftcenterrightdel
ພະນັກງານ, ນັກຮົບຕໍາຫຼວດຕັ້ງໃຈອ່ານປຶ້ມເຊິ່ງ  Viettel ຫາກໍ່ມອບໃຫ້. ພາບ: ວັນຟອງ.
leftcenterrightdel
ຜ່ານບັນດາຫໍສະໝຸດ, Viettel ປາດຖະໜາຢາກໃຫ້ນັກໂທດທຸກຄົນທີ່ພວມປະຕິບັດການຕັດສິນຂອງສານຢູ່ທຸກໆຄ້າຍຄຸມຂັງຈະໄດ້ສໍາຜັດກັບບັນດາປຶ້ມທີ່ມີຄຸນປະໂຫຍດໂດຍໄວ. ພາບ: ວັນຟອງ.

ໂດຍ: ຫງວຽນກຸກ