ຕາມນັ້ນແລ້ວ, ຊາວນະຄອນຫຼວງຈະໄດ້ເຂົ້າຮ່ວມການຫຼີ້ນເກັມໃນໜ້າຈໍຂະໜາດໃຫຍ່ ພ້ອມກັບບັນດານັກຮ້ອງໜຸ່ມ ຄື: ເຊີນຕຸ່ງ M-TP, ຕອກຕຽນ, ເຟືອງລີ... ພ້ອມທັງໄດ້ຄົ້ນຫາຕົວຈິງບັນດາຄຸນລັກສະນະຂອງການບໍລິການໂທລະພາບລຸ້ນໃໝ່ Viettel TV ຂອງ Viettel.

ຄະນະຈັດຕັ້ງໄດ້ອອກແບບໜ້າຈໍ LED ດ້ວຍຂະໜາດນັບຮ້ອຍນິ້ວ ເພື່ອສ້າງຄວາມສະດວກໃຫ້ລູກຄ້າ. ພິເສດ, ເມື່ອເຂົ້າຮ່ວມບັນດາເຫດການນີ້, ຜູ້ເຂົ້າຮ່ວມຈະມີໂອກາດໄດ້ຮັບລາງວັນທີ່ຈັບອົກຈັບໃຈຫຼາຍຢ່າງຈາກ Viettel TV ແລະຮັບປີ້ fanzone ຂອງລາຍການໃນຕອນຄໍ່າວັນທີ 14 ຕຸລາ.

leftcenterrightdel
ມີຫຼາຍລາຍການທີ່ສ້າງຄວາມດຶງດູດຢູ່ຖະຫນົນຍ່າງໃນທ້າຍອາທິດ. ພາບ: ເກິ໊ມຖຸຍ.

ດ້ວຍການເຂົ້າຮ່ວມຂອງນັກຮ້ອງທີ່ມີຊື່ສຽງຫຼາຍຄົນ ຄື: ເຊີນຕຸ່ງ  M-TP, ຕອກຕຽນ, ເຟືອງລີ... ລາຍການສິລະປະທີ່ດໍາເນີນໃນຕອນຄໍ່າວັນທີ 14 ຕຸລາ ຈະແມ່ນເຫດການທີ່ດຶງດູດການເຂົ້າຮ່ວມຂອງວົງການໄວໜຸ່ມນະຄອນຫຼວງທີ່ສຸດ.

ນີ້ແມ່ນການເຄື່ອນໄຫວໃນຂອບເຂດລາຍການສະເໜີຕົວ Viettel TV - ການບໍລິການໂທລະພາບລຸ້ນໃໝ່ໂດຍ Viettel ຈັດຕັ້ງ. ບັນດາຄຸນລັກສະນະໃໝ່ຂອງ Viettel TV ຊ່ວຍໃຫ້ຜູ້ນໍາໃຊ້ສາມາດເປັນເຈົ້າການຮັບຊົມບັນດາເນື້ອໃນທີ່ຕົນນິຍົມໃນທຸກເວລາດ້ວຍນຳໃຊ້ບໍລິການທີ່ເໝາະສົມ, ລະບົບຊ່ອງອຸດົມສົມບຸນ... ເຫດການນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 14 ປີແຫ່ງວັນ Viettel ດໍາເນີນທຸລະກິດບໍລິການໂທລະສັບມືຖື (15-10-2004 /15-10-2018).

ໂດຍ: ທູຈາງ