ຜ່ານການຫັນປ່ຽນ 9 ຄັ້ງ, ເກືອບ 52 ລ້ານເບີໂທລະສັບມືຖື 11 ຕົວເລກຂອງ Viettel ໄດ້ນຳໃຊ້ຕົວເລກທຳອິດຈາກ 032 ເຖິງ 039, ໃນນັ້ນບັນດາຕົວເລກທຳອິດຄື 033, 036, 038 ແລະ 039 ໄດ້ຮັບການຕີລາຄາສູງຈາກລູກຄ້າ. ການຫັນປ່ຽນໄດ້ຮັບການປະຕິບັດແບບອັດຕະໂນມັດໃນລະບົບ.

leftcenterrightdel
ລູກຄ້າຈົດທະບຽນບໍລິການໂທລະຄົມມະນາຄົມຂອງ Viettel. ພາບ: qdnd.vn

ພາຍຫຼັງການຫັນປ່ຽນສຳເລັດຜົນ, ບັນດາເບີໂທລະສັບມືຖືລ້ວນແຕ່ໄດ້ຮັບຂໍ້ຄວາມແຈ້ງຂ່າວຈາກ Viettel, ລູກຄ້າຍັງສາມາດນຳໃຊ້ທັງເບີໂທລະສັບມືຖືເກົ່າ ແລະເບີໂທລະສັບມືຖືໃໝ່ຮອດວັນທີ 14 ພະຈິກ. ການ “ຫັນປ່ຽນລາຍຊື່ເບີໂທລະສັບມືຖືຈາກ 11 ຕົວເລກລົງສູ່ 10 ຕົວເລກ” ໃນ My Viettel  ໄດ້ສະໜອງໃຫ້ລູກຄ້າທຸກຄົນແມ່ນບໍ່ໄດ້ເສຍຄ່າ .

ໂດຍ: ທູຮັ່ງ