ດ້ວຍໃບຫຸ້ນຂອງ Viettel Global ກວ່າ 2,2 ຕື້ຫຸ້ນຖືກນຳເຂົ້າດຳເນີນທຸລະກຳ, ບໍລິສັດໄດ້ກຳນົດລາຄາເມື່ອນຳເຂົ້າຕະຫຼາດຫຼັກຊັບແມ່ນເກືອບ 1,5 ຕື້ໂດລາສະຫະລັດ. ໃນຕະຫຼາດຫຼັກຊັບ, VGI ແມ່ນໃບຫຸ້ນທໍາອິດຂອງບໍລິສັດດໍາເນີນທຸລະກິດບໍລິການໂທລະຄົມມະນາຄົມໂທລະສັບມືຖື ແລະດໍາເນີນທຸລະກິດຢູ່ຫຼາຍຕະຫຼາດສາກົນທີ່ສຸດ.

leftcenterrightdel
ເຄືອຂ່າຍໂທລະຄົມມະນາຄົມ Bitel ຂອງ Viettel ຢູ່ ເປຣູ. ພາບ: qdnd.vn.

ກ່າວຄໍາເຫັນທີ່ການດຳເນີນທຸລະກຳ, ທ່ານ ໂດ້ແມ້ງຮຸ່ງ, ຜູ້ອໍານວຍການໃຫຍ່ Viettel Global ໃຫ້ຮູ້ວ່າ, ຈະປະຕິບັດການປ່ຽນແປງບັນດາການເຄື່ອນໄຫວຂອງບໍລິສັດໃນທົ່ວໂລກຢ່າງແຮງກວ່າອີກ. ໃນນັ້ນ, ສຸມໃສ່ເຂົ້າການຫັນປ່ຽນໄປສູ່ການສະໜອງບັນດາບໍລິການໂທລະຄົມມະນາຄົມລຸ້ນໃໝ່, ສົມທົບກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະການເງິນໃຫ້ຫຼາຍກວ່າ.

ໂດຍ: ທູຈາງ