ນັກຂ່າວ: ຮຽນທ່ານພົນຈັດຕະວາ ເລດັງຢູ້ງ, ໂດຍແມ່ນວິສາຫະກິດກອງທັບທີ່ເຄື່ອນໄຫວໃນຂົງເຂດພິເສດສະເພາະ, ສະນັ້ນການດໍາເນີນວຽກງານຂົນຂວາຍປະຊາຊົນຂອງ Viettel ມີຄວາມແຕກຕ່າງກັນຄືແນວໃດເມື່ອທຽບໃສ່ກັບບັນດາກົມກອງຕ່າງໆ?

ທ່ານພົນຈັດຕະວາ ເລດັງຢູ້ງ: ໂດຍຊາບຊຶມແຜນນະໂຍບາຍຂອງພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ວິວັດການກໍ່ສ້າງ, ສ້າງຕັ້ງ ແລະພັດທະນາ, ຄະນະພັກກຸ່ມບໍລິສັດໄດ້ກໍານົດທັດສະນະສະເໝີຕົ້ນສະເໝີປາຍໃນການຈັດຕັ້ງການເຄື່ອນໄຫວຜະລິດດໍາເນີນທຸລະກິດ, ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດພັນກັບການປະຕິບັດວຽກງານຂົນຂວາຍປະຊາຊົນ ແລະບັນດາການເຄື່ອນໄຫວນະໂຍບາຍສັງຄົມ.

ນັກຂ່າວ: ຮຽນທ່ານພົນຈັດຕະວາ ເລດັງຢູ້ງ, ຂໍທ່ານໃຫ້ຮູ້ທັດສະນະ ແລະວິທີການດໍາເນີນວຽກງານຂົນຂວາຍປະຊາຊົນ ແລະການເຄື່ອນໄຫວນະໂຍບາຍສັງຄົມຂອງ Viettel ແມ່ນຄືແນວໃດ?

leftcenterrightdel
ທ່ານພົນຈັດຕະວາ ເລດັງຢູ້ງ. ພາບ: vietnamfinance.vn.

ທ່ານພົນຈັດຕະວາ ເລດັງຢູ້ງ: ຄະນະພັກ, ຄະນະອໍານວຍການໃຫຍ່ກຸ່ມບໍລິສັດກໍານົດທິດສະດີປັດຊະຍາ “ດໍາເນີນທຸລະກິດຍາມໃດກໍ່ຕິດພັນກັບຄວາມຮັບຜິດຊອບຕໍ່ສັງຄົມ, ປະຊາຄົມ”. ດ້ວຍຈິດໃຈດັ່ງກ່າວ, ໃນໄລຍະຜ່ານມາ, Viettel ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຂົນຂວາຍປະຊາຊົນ ແລະນະໂຍບາຍສັງຄົມໃນແຕ່ລະທ້ອງຖິ່ນທີ່ສອດຄ່ອງກັບກໍາລັງຄວາມສາມາດ ແລະຄວາມຮຽກຮ້ອງຕ້ອງການຕົວຈິງ. ກຸ່ມບໍລິສັດສຸມໃສ່ໜູນຊ່ວຍໃນ 3 ກຸ່ມກິດຈະການຕົ້ນຕໍ, ລວມມີ: ພັດທະນາການສຶກສາ, ພັດທະນາສາທາລະນະສຸກ ແລະຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງວ່ອງໄວ ແລະຍືນຍົງ.

ນັກຂ່າວ: ຮຽນທ່ານພົນຈັດຕະວາ ເລດັງຢູ້ງ, ຂໍທ່ານໃຫ້ຮູ້ບັນດາລາຍການໃຫຍ່ທີ່ນໍາມາເຊິ່ງປະສິດທິຜົນເຊິ່ງ Viettel ໄດ້ ແລະພວມຜັນຂະຫຍາຍແມ່ນຫຍັງ?

ທ່ານພົນຈັດຕະວາ ເລດັງຢູ້ງ: Viettel ໄດ້ກໍ່ສ້າງລະບົບສະຖານີຮັບ-ສົ່ງສັນຍານ, ລະບົບສາຍກາບໃຍແສງ ແລະເຊື່ອມຕໍ່ຢ່າງເລິກເຊິ່ງ, ກວ້າງຂວາງ, ປົກຄຸມສັນຍານຈາກເຂດຕົວເມືອງ, ຊົນນະບົດຈົນຮອດເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລ, ໝູ່ເກາະຢ່າງຄົບຊຸດ, ພຽງພໍເພື່ອຮັບປະກັນພື້ນຖານໂຄງລ່າງເຄືອຂ່າຍເປັນຢ່າງດີແນໃສ່ຮັບໃຊ້ໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະບັນດາການເຄື່ອນໄຫວສື່ສານ, ການຕິດຕໍ່ຂອງປະຊາຊົນຢ່າງໝັ້ນຄົງ.

ລາຍການ “ອິນເຕີແນັດຢູ່ໂຮງຮຽນ” ໂດຍ Viettel ຜັນຂະຫຍາຍໄດ້ສະໜອງອິນເຕີແນັດໂດຍບໍ່ເສຍຄ່າໃຫ້ 30.000 ກວ່າໂຮງຮຽນໃນທົ່ວປະເທດ, ເພື່ອໃຫ້ຄູອາຈານ, ນັກສຶກສາ, ນັກຮຽນ  25 ກວ່າລ້ານຄົນສາມາດນໍາໃຊ້ອິນເຕີແນັດໃນການເຄື່ອນໄຫວວິຊາອາຊິບ, ຍົກສູງຄຸນນະພາບການສິດສອນ ແລະຮໍ່າຮຽນ.

ໂດຍປະຕິບັດລາຍການ “ງົວພັນຊ່ວຍຄອບຄົວທຸກຍາກຢູ່ເຂດຊາຍແດນ”, Viettel ໄດ້ສົມທົບກັບກອງບັນຊາການທະຫານຊາຍແດນ ແລະບັນດາກົມກອງຊ່ວຍເຫຼືອບັນດາຄອບຄົວຊາວເຜົ່າທີ່ທຸກຍາກຢູ່ 11 ແຂວງຊາຍແດນທາງພາກເໜືອສ້າງຊີວິດການເປັນຢູ່ເປັນປົກກະຕິ, ພັດທະນາເສດຖະກິດ.

Viettel ໄດ້ສົມທົບກັບກອງບັນຊາການທະຫານຊາຍແດນ ແລະບັນດາທ້ອງຖິ່ນປະຕິບັດລາຍການ “ມອບຊີມັງເຮັດພື້ນເຮືອນ” ໃນສອງປີ (2015-2016) ຊ່ວຍເຫຼືອ 18.900 ຄອບຄົວທຸກຍາກໃນບັນດາຕາແສງຕິດກັບຊາຍແດນຂອງ 10 ແຂວງຊາຍແດນເຮັດພື້ນເຮືອນ ແລະຄອກລ້ຽງສັດ, ແກ້ໄຂຄວາມຫຍຸ້ງຍາກໃນຊີວິດການເປັນຢູ່, ລະດົມກໍາລັງໃຈປະຊາຊົນຢູ່ເຢັນເປັນສຸກ.

ລາຍການ “ຫົວໃຈໃຫ້ນ້ອງ”, ໃນ 5  ປີ (2013-2018) Viettel ໄດ້ສົມທົບກັບສະຖານີໂທລະພາບຫວຽດນາມ ແລະບັນດາໂຮງໝໍໃຫຍ່ໜູນຊ່ວຍ 40 ລາຍການກວດຫົວໃຈໃຫ້ແກ່ເດັກນ້ອຍ 130.000 ກວ່າຄົນ, ຄົ້ນພົບເດັກນ້ອຍເປັນພະຍາດໂລກຫົວໃຈ 1.280 ຄົນ, ສະເໜີຜ່າຕັດໝາກຫົວໃຈໃຫ້ເດັກນ້ອຍ 800 ຄົນ...

ນັກຂ່າວ: ຮຽນທ່ານພົນຈັດຕະວາ ເລດັງຢູ້ງ, ພວກຂ້າພະເຈົ້າໄດ້ຮູ້ວ່າ, ໃນໄລຍະຈະມາເຖິງ Viettel ຈະສຸມໃສ່ເຂົ້າຮ່ວມປະຕິບັດສອງລາຍການເປົ້າໝາຍແຫ່ງຊາດເຊິ່ງລັດຖະບານກໍານົດເປັນຢ່າງດີຄື: ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະກໍ່ສ້າງຊົນນະບົດໃໝ່?

ທ່ານພົນຈັດຕະວາ ເລດັງຢູ້ງ: Viettel ສືບຕໍ່ປະຕິບັດທິດສະດີປັດຊະຍາ “ດໍາເນີນທຸລະກິດຍາມໃດກໍ່ຕິດພັນກັບຄວາມຮັບຜິດຊອບສັງຄົມ, ປະຊາຄົມ” ແລະສຸມໃສ່ເຂົ້າຮ່ວມບັນດາການເຄື່ອນໄຫວ, ລາຍການໜູນຊ່ວຍການພັດທະນາບັນດາຂົງເຂດ ຄື: ການສຶກສາ, ສາທາລະນະສຸກ... ບັນດາການເຄື່ອນໄຫວດັ່ງກ່າວມຸ່ງໄປເຖິງການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດກ່ຽວກັບການຮັບປະກັນຊີວິດສັງຄົມເປັນຢ່າງດີ...

Viettel ກໍານົດການຈັດຕັ້ງ, ເຂົ້າຮ່ວມບັນດາລາຍການ ແລະການເຄື່ອນໄຫວນະໂຍບາຍສັງຄົມແມ່ນການເຄື່ອນໄຫວຕອບບຸນແທນຄຸນ, ລົງທຶນຄືນໃໝ່ໃຫ້ແກ່ການພັດທະນາ ແລະໜູນຊ່ວຍໃຫ້ການຜະລິດດໍາເນີນທຸລະກິດ...

ນັກຂ່າວ: ຂໍຂອບໃຈທ່ານພົນຈັດຕະວາ ເລດັງຢູ້ງ!

ໂດຍ: ຫງວຽນກຸກ