leftcenterrightdel
ພິທີມອບຂໍ້ຕົງລົງໃຫ້ຄະນະຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນກິດຈະກຳ Viettel. ພາບ: qdnd.vn.

ຂໍ້ຕົກລົງໂດຍພະແນກແຜນການລົງທຶນປະກາດໃຊ້, ປະຕິບັດຕາມຂໍ້ຕົກລົງສະບັບເລກທີ 18/ຂລ-ນຍ ໂດຍທ່ານ ເວືອງດີ່ງເຫ້ວ ຮອງນາຍົກລັດຖະມົນຕີ ອະນຸມັດຜ່ານໃນວັນທີ 3 ມີນາ 2018 ວ່າດ້ວຍການສ້າງໂຄງປະກອບກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບຄືນໃໝ່. ນີ້ແມ່ນຂີດໝາຍສຳຄັນໃນສະພາບທີ່ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບກ້າວເຂົ້າສູ່ໄລຍະພັດທະນາທີ 4 ທົ່ວໂລກ ແລະ 4.0 ຢ່າງເປັນທາງການ.

leftcenterrightdel
ທ່ານພົນຈັດຕະວາ ເລດັງຢຸງ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn.

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ເລດັງຢຸງ ປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ເວົ້າວ່າ: “ບໍລິສັດຫຸ້ນສ່ວນກິດຈະກຳ Viettel ຄວນສືບຕໍ່ຍົກສູງກຳລັງຄວາມສາມາດຫຼັກແຫຼ່ງນັ້ນແມ່ນສ້າງ-ຕິດຕັ້ງພື້ນຖານໂຄງລ່າງໂທລະຄົມມະນາຄົມ, ການເຄື່ອນໄຫວພື້ນຖານໂຄງລ່າງ. ກິດຈະກຳຕ້ອງສ້າງເປັນໄລຍະຢ່າງລະອຽດເພື່ອນຳສອງຂົງເຂດຫຼັກແຫຼ່ງນີ້ເປີດກວ້າງອອກສູ່ພາຍນອກ Viettel ແລະອອກນອກປະເທດຫວຽດນາມ. ພິເສດແມ່ນ, ເພື່ອກາຍເປັນບໍລິສັດໃຫຍ່ນັ້ນ, ບໍລິສັດຫຸ້ນສ່ວນກິດຈະກຳ Viettel ຄວນກໍານົດຈະແຈ້ງບົດບາດຂອງຕົນໃນໄລຍະ 4.0 ຂອງກຸ່ມບໍລິສັດ Viettel, ຕັ້ງເປົ້າໝາຍໃຫ້ກາຍເປັນນັກລົງທຶນ (Tower Co)”.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: qdnd.vn.

ຕາມທ່ານພົນຈັດຕະວາ ເລດັງຢຸງ ແລ້ວ, ແບ່ງປັນພື້ນຖານໂຄງລ່າງແມ່ນທ່າອ່ຽງຈຳເປັນໃນໂທລະຄົມມະນາຄົມ. ບັນດານັກບໍລິຫານລ້ວນແຕ່ຢາກມີຄ່າໃຊ້ຈ່າຍທີ່ເໝາະສົມດ້ວຍວິທີເຊົ່າບັນດາພື້ນຖານໂຄງລ່າງໂທລະຄົມມະນາຄົມ.

ໂດຍ: ທູຮັ່ງ