ຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະບຸລິມະສິດຂອງ WEF ໃນພາກພື້ນ

ນັບແຕ່ເມື່ອຫວຽດນາມ ແລະ WEF ເລີ່ມຕົ້ນການຮ່ວມມືປີ 1989 ມາຮອດປະຈຸບັນ, WEF ແມ່ນເວທີປາໄສສໍາຄັນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການຮ່ວມມືກັບ WEF, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະມີການປະກອບສ່ວນ, ຂໍ້ລິເລີ່ມພົ້ນເດັ່ນຫຼາຍຢ່າງຢູ່ເວທີປາໄສທີ່ມີອິດທິພົນຊື່ສຽງແຖວໜ້າໃນໂລກນີ້. ຫວຽດນາມ ພວມຕັ້ງໜ້າເຂົ້າຮ່ວມບັນດາຂໍ້ລິເລີ່ມ, ການເຄື່ອນໄຫວຂອງ WEF ໃນບັນດາຂົງເຂດ ຄື: ກະສິກໍາ, ການຄ້າ, ພື້ນຖານໂຄງລ່າງ, ເຕັກໂນໂລຢີຂໍ້ມູນຂ່າວສານ... ຜ່ານນັ້ນສຳຜັດ ແລະເພີ່ມທະວີການຮ່ວມມືກັບບັນດາກຸ່ມບໍລິສັດແຖວໜ້າຂອງໂລກແນໃສ່ເປີດກວ້າງຕະຫຼາດ ແລະດຶງດູດການລົງທຶນ.

leftcenterrightdel
ກອງປະຊຸມສໍາມະນາ ASEAN 4.0: ເສີມຂະຫຍາຍຈິດໃຈວິສາຫະກິດໃນສະໄໝການປະຕິວັດອຸດສາຫະກໍາ ຄັ້ງທີ 4 ໃນວັນທີ 21 ສິງຫາ 2018.  ພາບ: ຮວ່າງຫວູ.

ມາຮອດປະຈຸບັນ, ຫວຽດນາມແມ່ນປະເທດທໍາອິດ ແລະໜຶ່ງດຽວໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງ WEF ໄດ້ລົງນາມ ແລະຜັນຂະຫຍາຍຂໍ້ຕົກລົງຮ່ວມມືຕາມຮູບແບບຄູ່ຮ່ວມມືພາກລັດ ແລະເອກະຊົນ (PPP). ນີ້ແມ່ນເນື້ອໃນການຮ່ວມມືສໍາຄັນ, ແທດຈິງ, ຕາມນັ້ນແລ້ວ WEF ໜູນຊ່ວຍ ແລະໃຫ້ຄໍາປຶກສາໃຫ້ແກ່ຫວຽດນາມ ຍົກສູງກໍາລັງຄວາມສາມາດເຂົ້າຮ່ວມການປະຕິວັດອຸດສາຫະກໍາຄັ້ງທີ 4. WEF ຕີລາຄາການປະຕິບັດສໍາເລັດຂໍ້ຕົກລົງຮ່ວມມືກັບຫວຽດນາມ ຈະແມ່ນຮູບຕົວແບບເພື່ອໃຫ້ WEF ພິຈາລະນາຄວາມສາມາດເປີດກວ້າງການໝູນໃຊ້ກັບບັນດາປະເທດອື່ນໃນພາກພື້ນ.

ກອງປະຊຸມ WEF ASEAN ແມ່ນຈຸດສຸມການພົວພັນຕ່າງປະເທດໃນປີ 2018

ກອງປະຊຸມ WEF ASEAN ປີ 2018 ປະກອບສ່ວນເປີດກວ້າງ, ນໍາການພົວພັນລະຫວ່າງຫວຽດນາມ ແລະບັນດາປະເທດໃນພາກພື້ນເຂົ້າສູ່ລວງເລິກ, ສະຖຽນລະພາບ ແລະມີປະສິດທິຜົນ. ໃນໄລຍະຈັດຕັ້ງກອງປະຊຸມ, ຄາດຄະເນວ່າຈະດໍາເນີນບັນດາການພົບປະ, ຢ້ຽມຢາມຢ່າງເປັນທາງການຂອງບັນດາການນໍາຂັ້ນສູງບັນດາປະເທດໃນພາກພື້ນຢູ່ຫວຽດນາມ ແນໃສ່ເຮັດໃຫ້ການພົວພັນສອງຝ່າຍ ກໍ່ຄື ເພີ່ມທະວີການສົມທົບກັນໃນບັນດາບັນຫາພາກພື້ນ ແລະສາກົນໃຫ້ເລິກເຊິ່ງກວ່າອີກ.

leftcenterrightdel
ບັນດາຜູ້ແທນທີ່ກອງປະຊຸມສໍາມະນາໃນວັນທີ 21 ສິງຫາ 2018 ແນໃສ່ມຸ່ງໄປເຖິງກອງປະຊຸມ WEF ASEAN ປີ 2018. ພາບ: ຮວ່າງຫວູ.

ດ້ວຍການເຂົ້າຮ່ວມຂອງການນໍາບັນດາວິສາຫະກິດເກືອບ 1.000 ຄົນ, ກອງປະຊຸມ WEF ASEAN ປີ 2018 ແມ່ນກາລະໂອກາດທີ່ດີເພື່ອໂຄສະນາຮູບພາບປະເທດຊາດ, ຊາວຫວຽດນາມ ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ; ຖ່າຍທອດສານໄປເຖິງປະຊາຄົມວິສາຫະກິດສາກົນກ່ຽວກັບຄວາມຕັດສິນໃຈ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດຫວຽດນາມ ກ່ຽວກັບເລື່ອງສືບຕໍ່ຍູ້ແຮງການປ່ຽນແປງໃໝ່ປະເທດຊາດຢ່າງຮອບດ້ານ, ສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະປ່ຽນແປງໃໝ່ຮູບແບບການເຕີບໂຕ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ... ພ້ອມທັງກໍ່ແມ່ນກາລະໂອກາດທີ່ດີເພື່ອຊຸກຍູ້ການພົບປະແລກປ່ຽນ, ສຳຜັດກັບບັນດາແນວຄວາມຄິດໃໝ່, ກໍາແໜ້ນທ່າອ່ຽງພັດທະນາຂອງໂລກ ແລະພາກພື້ນ, ເປັນຕົ້ນແມ່ນທ່າອ່ຽງພັດທະນາຂອງການປະຕິວັດອຸດສາຫະກຳ 4.0, ຮັບໃຊ້ການສ້າງ, ຜັນຂະຫຍາຍບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ກໍ່ຄື ບັນດາຍຸດທະສາດ, ແຜນການພັດທະນາການດຳເນີນທຸລະກິດຂອງບັນດາວິສາຫະກິດຫວຽດນາມ.

ມາຮອດປະຈຸບັນ, ວຽກງານກະກຽມກອງປະຊຸມໄດ້ສໍາເລັດ, ຕອບສະໜອງເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກໂດຍພື້ນຖານ. ດ້ວຍຄວາມເອົາໃຈໃສ່ຂອງການນໍາຂັ້ນສູງ, ການຊີ້ນໍາໂດຍກົງຂອງນາຍົກລັດຖະມົນຕີ, ການຮ່ວມແຮງຮ່ວມໃຈຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນ ກໍ່ຄື ປະຊາຄົມວິສາຫະກິດ ແລະການສະໜັບສະໜູນຂອງເພື່ອນມິດສາກົນ, ແນ່ນອນວ່າກອງປະຊຸມ WEF ASEAN ປີ 2018 ຈະປະສົບຜົນສໍາເລັດຢ່າງຈົບງາມ, ແທດຈິງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງ ແລະຍົກສູງຖານະບົດບາດຂອງປະເທດຊາດ, ປັບປຸງຄວາມສາມັກຄີ, ການຮ່ວມມື, ພັດທະນາ ແລະວັດທະນາຖາວອນຂອງປະຊາຄົມອາຊຽນຕື່ມອີກ.

ໂດຍ: ເຈິ່ນຮວ່ຽນ