ໃນໄລຍະ 4 ປີຜ່ານມາ, ແຕ່ປີ 2014 ຫາປີ 2017, Viettel ສາຂາແຂວງດັກລັກ ໄດ້ສົມທົບກັບພະແນກສຶກສາ ແລະບໍາລຸງສ້າງ, ສະມາຄົມສົ່ງເສີມການສຶກສາແຂວງໄດ້ມອບທຶນການສຶກສາ “ເພື່ອນ້ອງມັກຮຽນ” 1.780 ທຶນໃຫ້ນັກຮຽນບັນດາໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕອນຕົ້ນສັງກັດຕາແສງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງແຂວງລວມຍອດມູນຄ່າ 1,78 ຕື້ດົ່ງ.

leftcenterrightdel
ພິທີມອບທຶນການສຶກສາ “ເພື່ອນ້ອງມັກຮຽນ” ປີທີ 5 ໃຫ້ພວກນ້ອງນັກຮຽນ. ພາບ: ບີ່ງດີ້ງ.

ທີ່ພິທີ, Viettel ສາຂາແຂວງດັກລັກ ໄດ້ມອບທຶນການສຶກສາ “ເພື່ອນ້ອງມັກຮຽນ” 460 ທຶນປີທີ 5 (1 ລ້ານດົ່ງ/ທຶນ), ມອບໃຫ້ນັກຮຽນບັນດາໂຮງຮຽນປະຖົມ ແລະໂຮງຮຽນມັດທະຍົມຕອນຕົ້ນສັງກັດ 46 ຕາແສງທີ່ປະສົບຄວາມຫຍຸ້ງຍາກທີ່ມີຜົນງານສູງໃນການຮໍ່າຮຽນ 460 ຄົນ.

ເລື່ອງ Viettel ສາຂາແຂວງດັກລັກ ຈັດຕັ້ງລາຍການມອບທຶນການສຶກສາ “ເພື່ອນ້ອງມັກຮຽນ” ກົງກັບໂອກາດກະກຽມໄຂສົກຮຽນໃໝ່ຈະປະກອບສ່ວນລະດົມກໍາລັງໃຈນັກຮຽນທຸກຍາກຂອງແຂວງໃຫ້ສືບຕໍ່ມານະພະຍາຍາມບືນຕົວຂຶ້ນຍາດໄດ້ຜົນງານສູງໃນການຮໍ່າຮຽນ.

ໂດຍ: ເຈິ່ນຮວ່ຽນ