ໄດ້ມີພະນັກງານ, ນັກຮົບ 3.179 ຄົນ, ລົດໂອໂຕປະເພດຕ່າງໆ 33 ຄັນ, ລົດຕັກ 2 ຄັນ, ເຮືອອີໂມ 2 ລໍາ ແລະເຮືອ 15 ລໍາ ສົມທົບກັບບັນດາທ້ອງຖິ່ນຈັດຕັ້ງການແກ້ໄຂເຫດດິນເຊາະເຈື່ອນຢູ່ຕາມເສັ້ນທາງ, ກິດຈະກໍາສາທາລະນະ. ຜົນປະກົດວ່າ: ຢູ່ແຂວງແທງຮ໋ວາ, ບັນດາກໍາລັງໄດ້ຖົມດິນ, ຂົນສົ່ງດິນຫີນ 1.200 ແມັກກ້ອນ,  ຂຸດຄອງເໝືອງ, ທາງຄົມມະນາຄົມໃຫ້ລຸລ່ວງ 10 ກິໂລແມັດ; ເຮັດອະນາໄມເຮືອນຊານໃຫ້ແກ່ 240 ຄອບຄົວ ຢູ່ 6 ບ້ານ ແລະ 2 ໂຮງຮຽນ.

leftcenterrightdel
ກໍາລັງປະກອບອາວຸດທະຫານເຂດ 4 ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ ຢູ່ໂຮງຮຽນປະຖົມສຶກສາ ເມື່ອງແຊ໋ນ (ເມືອງກີ່ເຊີນ, ແຂວງເຫງ້ອານ). ພາບ: ຮວາເລ.

ຢູ່ແຂວງເຫງ້ອານ: ຖົມດິນ; ຂົນສົ່ງດິນຫີນ 800 ແມັກກ້ອນ; ຂຸດຄອງເໝືອງ, ທາງຄົມມະນາຄົມໃຫ້ລຸລ່ວງ 15 ກິໂລແມັດ; ເຮັດອະນາໄມເຮືອນຊານໃຫ້ແກ່ 40 ຄອບຄົວ. ສະເພາະທະຫານຊາຍແດນແຂວງເຫງ້ອານ ໄດ້ຈັດສົ່ງພະນັກງານ, ນັກຮົບ 110 ຄົນສົມທົບກັບບັນດາກໍາລັງຢູ່ກັບທີ່ຈັດຕັ້ງການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ໝີ່ສຳເລັດຮູບ, ສິ່ງຂອງທີ່ຈໍາເປັນໃຫ້ແກ່ 127 ຄອບຄົວດ້ວຍມູນຄ່າປະມານ 30 ລ້ານດົ່ງ.

ໂດຍ: ທູຈາງ