ຕອນບ່າຍວັນທີ 16 ສິງຫາ, ກອງບັນຊາການທະຫານເຂດ 3 ໄດ້ສ້າງຕັ້ງ 2 ຄະນະປະຕິບັດງານໄປເຖິງບັນດາທ້ອງຖິ່ນຈຸດສຸມເພື່ອກວດກາ, ກໍາແໜ້ນສະພາບການໂດຍກົງ, ຮຽກຮ້ອງໃຫ້ກໍາລັງປະກອບອາວຸດບັນດາທ້ອງຖິ່ນສົມທົບກັບກໍາລັງກ່ຽວຂ້ອງຮຽກຮ້ອງບັນດາເຮືອ, ກໍາປັ່ນ, ຊາວປະມົງໄປຍັງບ່ອນຫຼີກລ້ຽງຢ່າງປອດໄພ, ຊ່ວຍປະຊາຊົນແກ່​ດຶງເຮືອ​ນແນໃສ່ຫຼຸດຜ່ອນຄວາມເສຍຫາຍຍ້ອນພາຍຸກໍ່ຂຶ້ນຢູ່ໃນລະດັບຕໍ່າສຸດ.

leftcenterrightdel
ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 3 ກະກຽມວັດຖຸ, ກຽມພ້ອມຊ່ວຍປະຊາຊົນປ້ອງກັນ ແລະຕ້ານໄພນໍ້າຖ້ວມ. ພາບ: ແມ້ງຢຸງ - ເຈີ່ນຫງັອກ.
leftcenterrightdel
ຜູ້ບັນຊາການກອງພັນໃຫຍ່ 8, ກອງພົນ 395 (ທະຫານເຂດ 3) ກວດກາວັດຖຸ, ອຸປະກອນຂອງນັກຮົບເມື່ອເຂົ້າຮ່ວມການປ້ອງກັນ ແລະຕ້ານໄພນໍ້າຖ້ວມ. ພາບ: ແມ້ງຢຸງ - ເຈີ່ນຫງັອກ.

ດ້ວຍຈິດໃຈຕັ້ງໜ້າເປັນເຈົ້າການຮັບມືກັບພາຍຸ, ກອງພັນໃຫຍ່ 8, ກອງພົນ 395 ຮັບປະກັນເວນຍາມດ້ວຍຈໍານວນ 100%, ກຽມພ້ອມກໍາລັງ, ພາຫະນະເຂົ້າຮ່ວມການຊ່ວຍເຫຼືອປະຊາຊົນຮັບມືກັບພາຍຸໃນຂະນະທີ່ເກີດເຫດ.

ໂດຍ: ທູຈາງ