ນອກ­ຈາກນັ້ນ ຢູນີເທວ ຍັງຊ່ວຍ­ເຫຼືອປະ­ຊາ­ຊົນຢູ່ເຂດເມືອງສະ­ໜາມໄຊ ໃຫ້ສາ­ມາດນຳໃຊ້ໂທລະ­ສັບພາຍໃນປະເທດແບບບໍ່ເສຍຄ່າ 10 ນາ­ທີ/ມື້ ແລະມີດາຕ້າອິນເຕີເນັດ ສຳ­ລັບມືຖື 300 ເມັກ/ມື້ ຈົນຮອດວັນທີ 31 ກໍລະກົດ 2018  ທີ່ສູນພັກອາ­ໄສຂອງຜູ້ປະສົບໄພນ້ຳຖ້ວມ ຢູນີເທວ ກໍ່ໄດ້ຕັ້ງຈຸດໂທລະ­ສັບແບບບໍ່ເສຍຄ່າໂທຫຼາຍຈຸດເພື່ອອຳ­ນວຍຄວາມສະ­ດວກໃຫ້ກັບທຸກຝ່າຍ. ນອກຈາກນັ້ນຍັງໄດ້ມອບໂທລະ­ສັບ 50 ເຄື່ອງໂທບໍ່ເສຍຄ່າຕະ­ຫຼອດຈົນໝົດເດືອນ ສິງຫາ 2018 ນີ້ໃຫ້ແກ່ທີມກູ້ໄພນຳໃຊ້ເຂົ້າໃນວຽກງານຕ່າງໆໃນການຊ່ວຍ­ເຫຼືອປະ­ຊາ­ຊົນ.

leftcenterrightdel
ຜູ້ຕາງໜ້າບໍລິສັດໂທລະຄົມ  Unitel  ມອບເງິນ­ສົດຈຳ­ນວນ 300 ລ້ານກີບໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສະ­ໜາມໄຊ ແຂວງອັດຕະປື. ພາບ: vientianemai.net

ໃນວັນທີ 25 ກໍລະກົດ 2018 Unitel ແລະລັດວິສາຫະກິດລາວເອເຊຍໂທລະຄົມ ໄດ້ຮ່ວມກັນສົມ­ທົບທຶນປະກອບສ່ວນຊ່ວຍ­ເຫຼືອ ລວມມູນຄ່າທັງໝົດ  500 ລ້ານກີບໃນນັ້ນໄດ້ມອບເປັນເງິນ­ສົດຈຳ­ນວນ 300 ລ້ານກີບສ່ວນເງິນ 200 ລ້ານກີບ Unitel ໄດ້ຈັດຊື້ເປັນເຄື່ອງອຸ­ປະ­ໂພກ-ບໍ­ລິ­ໂພກ ເພື່ອມອບໃຫ້ປະ­ຊາ­ຊົນຜູ້ປະ­ສົບໄພນ້ຳຖ້ວມ ພ້ອມດຽວກັນນັ້ນ ຢູນິເທວ ຍັງສ້າງລະ­ຫັດສັ້ນເພື່ອໃຫ້ລູກຄ້າທີ່ນຳໃຊ້ເບີຂອງຢູນີເທວ ສາ­ມາດສົ່ງຂໍ້­ຄວາມເຂົ້າຮ່ວມບໍລິຈາກໃຫ້ຜູ້ປະ­ສົບໄພນ້ຳຖ້ວມໄດ້ໂດຍຜ່ານເລກໝາຍ 333 ໂດຍມູນຄ່າທີ່ໄດ້ຮັບຈາກການສົ່ງຂໍ້­ຄວາມປະ­ຕິ­ບັດມາແຕ່ວັນທີ 26 ກໍ­ລະ­ກົດ 2018 ແລະປິດຮັບໃນວັນທີ 05 ສິງ­ຫາ 2018 ສາ­ມາດສັງລວມເປັນຍອດສົມ­ທົບທຶນທັງໝົດ 27.129.500 ກີບພ້ອມນັ້ນທາງຢູນີເທວໄດ້ມີການອັບເດດຍອດເງິນແຕ່ລະມື້ໂດຍການແຈ້ງຍອດຜ່ານການໂພດລົງເຟດບຸກຂອງ Unitel lao ພາຍ­ຫຼັງປິດຮັບແລ້ວຍອດເງິນດັ່ງ­ກ່າວກໍ່ຈະສືບ­ຕໍ່ຈັດຕັ້ງປະ­ຕິ­ບັດມອບໃຫ້ຜູ້ປະສົບໄພຕາມຄວາມເໝາະສົມ.

ບັນ­ດາການ­ເຄື່ອນ­ໄຫວດັ່ງ­ກ່າວຂອງ ຢູນີເທວ ຕະ­ຫຼອດໄລ­ຍະທີ່ຜ່ານມາແມ່ນເພື່ອເປັນການແບ່ງ­ປັນນ້ຳ­ໃຈຊ່ວຍເຫຼືອ ແລະເປັນການແບ່ງເບົາພາ­ລະບາງສ່ວນຕໍ່ປະ­ຊາ­ຊົນໃນບັນ­ດາບ້ານທີ່ຖືກໄພນ້ຳຖ້ວມຢູ່ເຂດສະ­ໜາມໄຊ ຢູນີເທວເອງກໍ່ຂໍເປັນກຳ­ລັງໃຈໃຫ້ຜູ້ປະ­ສົບໄພທຸກຄົນຜ່ານພົ້ນເຫດ­ການນີ້ໄປໄດ້ດ້ວຍດີ.

ໂດຍ: ວຽງຈັນໃໝ່