ກ່າວຄໍາເຫັນທີ່ການມອບ-ຮັບໜ້າທີ່, ທ່ານພົນຈັດຕະວາ ເລດັງຢຸງ ໄດ້ກໍານົດທິດ Viettel Global ໃນໄລຍະຈະມາເຖິງແມ່ນຈະສຸມໃສ່ແຫຼ່ງເງິນລົງທຶນ, ການເງິນ, ການບໍລິຫານບຸກຄະລາກອນ ແລະບັນດາບັນຫາກ່ຽວກັບນິຕິກຳ. ທ່ານພົນຈັດຕະວາ ເລດັງຢຸງ ໃຫ້ຮູ້ຕື່ມອີກວ່າ, Viettel Global ມີທີ່ຕັ້ງສໍາຄັນພິເສດຂອງກຸ່ມບໍລິສັດ. ໝາກຜົນການຜະລິດດໍາເນີນທຸລະກິດຂອງ Viettel Global ມີຄວາມໝາຍຢ່າງໃຫຍ່ຫຼວງສໍາລັບ Viettel, ຍ້ອນວ່າປະຈຸບັນການລົງທຶນສາກົນແມ່ນໜຶ່ງໃນບັນດາການພັດທະນາຕົ້ນຕໍຂອງກຸ່ມບໍລິສັດ. ນີ້ກໍ່ແມ່ນຂົງເຂດເຊິ່ງພັກ, ລັດ ແລະລັດຖະບານພວມສົ່ງເສີມທີ່ສຸດ, ຍ້ອນວ່ານອກຈາກຄວາມໝາຍທາງດ້ານເສດຖະກິດ, ການລົງທຶນຢູ່ຕ່າງປະເທດແລ້ວ ຍັງມີຄວາມໝາຍກ່ຽວກັບດ້ານການເມືອງ, ການເຊື່ອມໂຍງ ແລະຍົກລະດັບຫວຽດນາມຕື່ມອີກ.

leftcenterrightdel
ພິທີມອບ-ຮັບຕຳແໜ່ງຜູ້ອຳນວຍການໃຫຍ່ Viettel Global. ພາບ: ເລມາຍ. 

Viettel Global ແມ່ນຫົວໜ່ວຍຮັບຜິດຊອບການລົງທຶນອອກສູ່ຕ່າງປະເທດຂອງກຸ່ມບໍລິສັດ. ໄລ່ຮອດທ້າຍເດືອນ ມິຖຸນາ 2018, ມີ 8/10 ຕະຫຼາດສາກົນໄດ້ດຳເນີນທຸລະກິດມີກຳໄລ. ບັນດາຕະຫຼາດເຫຼົ່ານີ້ລວມມີ ເປຣູ, ກຳປູເຈຍ, ລາວ, ຮາຍຕີ, ບູຣູນດີ, ຕິມໍ ຕາເວັນອອກ, ໂມຊຳບິກ, ກາເມຣູນ. ໃນນັ້ນ, ສາມຕະຫຼາດແມ່ນໄດ້ທຶນຄືນແລ້ວ (ລາວ, ກຳປູເຈຍ, ຕິມໍ ຕາເວັນອອກ) ແລະຢືນອັນດັບທີ 1 ຢູ່ຕະຫຼາດກ່ຽວກັບເຄືອຂ່າຍໂທລະຄົມມະນາຄົມ, ໄດ້ເກັບຄືນທົບ 4 – 5 ເທົ່າຂອງເມື່ອທຽບໃສ່ມູນຄ່າເງິນລົງທຶນ. ສອງຕະຫຼາດຍັງບໍ່ໄດ້ຕາມແຜນການແມ່ນ ຕັງຊານີ (ຫາກໍ່ດຳເນີນທຸລະກິດໄດ້ 2 ປີ) ແລະມຽນມາ (ເປີດສະຫຼອງໃນວັນທີ 9 ມິຖຸນາ  2018). ເຖິງຢ່າງໃດກໍ່ຕາມ, ທັງສອງຕະຫຼາດນີ້ລ້ວນແຕ່ມີລະດັບເຕີບໂຕໄວ.

ປີ 2018, Viettel Global ຕັ້ງເປົ້າໝາຍໃຫ້ມີກໍາໄລ, ເປົ້າໝາຍເຖິງປີ 2020 ຂອງ Viettel ແມ່ນເປີດກວ້າງຕະຫຼາດລົງທຶນໃຫ້ບັນລຸຂະໜາດປະຊາກອນ 400 – 500 ລ້ານຄົນ ແລະຢືນໃນ Top 10 ບໍລິສັດໂທລະຄົມມະນາຄົມໃນທົ່ວໂລກ.

 

ໂດຍ: ເຈິ່ນຮວ່ຽນ