ໜີ້ສິນຕ່າງປະເທດໃນຂອບເຂດອະນຸຍາດ

ຕາມການລາຍງານຂອງຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການຄຸ້ມຄອງ ແລະນຳໃຊ້ທຶນກູ້ຢືມຈາກຕ່າງປະເທດໄລຍະ 2011-2016 ໂດຍທ່ານ ຫງວຽນດຶກຫາຍ ປະທານກຳມາທິການການເງິນ, ງົບປະມານຂອງສະພາແຫ່ງຊາດ, ຫົວໜ້າຄະນະຕິດຕາມກວດກາ, ລາຍງານຕໍ່ໜ້າຄະນະປະຈຳສະພາແຫ່ງຊາດໃນຕອນບ່າຍວັນທີ 9 ສິງຫາວ່າ: ໄລຍະ 2011-2016 ມີສັນຍາ ODA 319 ສະບັບໄດ້ລົງນາມດ້ວຍຍອດມູນຄ່າປະມານ 33,643 ຕ້ືໂດລາສະຫະລັດ, ສູງກວ່າ 59% ເມື່ອທຽບໃສ່ລະດັບຂອງໄລຍະ 2006-2010. ໃນນັ້ນ, ທຶນກູ້ຢືມ ODA ແລະທຶນກູ້ຢືມພິເສດບັນລຸ 32,296 ຕ້ືໂດລາສະຫະລັດ, ກວມເອົາປະມານ 96% ແລະທຶນຊ່ວຍເຫຼືອລ້າ ODA ບັນລຸ 1,346 ຕ້ືໂດລາສະຫະລັດກວມເອົາປະມານ 4%.

leftcenterrightdel
ພາບປະກອບ: ພາບ: ຈ້ອງຫາຍ.

ການລາຍງານຂອງລັດຖະບານຊີ້ໃຫ້ເຫັນວ່າ, ການຊຳລະໜີ້ສິນບັນດາບ້ວງເງິນກູ້ຢືມຈາກຕ່າງປະເທດຂອງລັດຖະບານໄດ້ປະຕິບັດຢ່າງເຄັ່ງຄັດ, ຖືກຕາມກຳນົດ, ລວມມີທັງພັນທະໜີ້ສິນໂດຍກົງຂອງລັດຖະບານ ແລະພັນທະໜີ້ສິນໃຫ້ກູ້ຢືມຄືນ, ບໍ່ປະໃຫ້ເກີດສະພາບການເປັນໜີ້ເກີນກຳນົດທີ່ສົ່ງຜົນສະທ້ອນເຖິງຄຳໝ້ັນສັນຍາ, ປະກອບສ່ວນຊ່ວຍລັດຖະບານປັບປຸງຄ່າສຳປະສິດໄວ້ວາງໃຈແຫ່ງຊາດ.

ປະກອບສ່ວນຫັນພື້ນຖານໂຄງລ່າງເປັນທັນສະໄໝ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ

ຕາມການຕີລາຄາຂອງຄະນະຕິດຕາມກວດກາ, ແຫຼ່ງທຶນ ODA ໄດ້ປະກອບສ່ວນສຳຄັນເພື່ອຊຸກຍູ້ການເຕີບໂຕເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນພາລະກິດຫັນປະເທດເປັນອຸດສາຫະກຳ ແລະທັນສະໄໝພໍສົມຄວນ, ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ;  ຍູ້ແຮງການບຳລຸງສ້າງ, ຍົກສູງກຳລັງຄວາມສາມາດໃຫ້ຖັນແຖວພະນັກງານ, ປະກອບສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ; ຊຸກຍູ້ວິວັດການຖ່າຍທອດເຕັກໂນໂລຢີ, ຮັບເອົາວິທະຍາສາດເຕັກນິກ, ບົດຮຽນຄຸ້ມຄອງຄວາມກ້າວໜ້າຂອງບັນດາປະເທດພັດທະນາ...

ຫຼາຍກິດຈະກຳ, ໂຄງການຈຸດສຸມແຫ່ງຊາດນຳໃຊ້ແຫຼ່ງທຶນ  ODA ແລະທຶນກູ້ຢືມພິເສດໃນບັນດາຂົງເຂດຄົມມະນາຄົມ, ຊົນລະປະທານ, ພະລັງງານ, ສິ່ງແວດລ້ອມ... ປະສົບຜົນສຳເລັດ, ປະກອບສ່ວນຫັນລະບົບພ້ືນຖານໂຄງລ່າງເສດຖະກິດ-ສັງຄົມ ເປັນທັນສະໄໝ. ພາກສ່ວນສຳຄັນໜຶ່ງຂອງແຫຼ່ງທຶນ ODA ແລະທຶນກູ້ຢືມພິເສດ, ໂດຍສະເພາະແມ່ນທຶນຊ່ວຍເຫຼືອລ້າໄດ້ນຳໃຊ້ເພື່ອໜູນຊ່ວຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຜ່ານໂຄງການ 135 ໄລຍະ II, ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດຂະໜາດນ້ອຍຢູ່ບັນດາແຂວງເຂດພູດອຍທາງພາກເໜືອ ແລະບາງແຂວງເຂດໄຕງວຽນ; ບາງໂຄງການສ້າງວິທີຫາເງິນລ້ຽງຊີບໃຫ້ຄົນທຸກຍາກຢູ່ເຂດຊົນນະບົດ ແລະປະຊາຊົນເຜົ່າສ່ວນໜ້ອຍຢູ່ບາງທ້ອງຖິ່ນ ຄື: ໂຄງການພັດທະນາກະສິກຳທາງທິດຕາເວັນຕົກຂອງແຂວງເງະອານ; ບັນດາໂຄງການໃນຂົງເຂດການແພດ, ການສຶກສາ, ວິທະຍາສາດເຕັກໂນໂລຊີ...

leftcenterrightdel
ພາບປະກອບຈາກ: baoquocte.vn.

ທ່ານ ຮວ່າງວັນຖັ໋ງ ຮອງລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະມໍ່ໆມານີ້, ກະຊວງກະສິກຳ ແລະພັດທະນາຊົນນະບົດ ໄດ້ຄຸ້ມຄອງສອງໂຄງການນຳໃຊ້ທຶນ ODA ນັ້ນແມ່ນໂຄງການສະໜອງນ້ຳສະອາດໃຫ້ພາກກາງ ແລະໂຄງການນ້ຳສະອາດໃຫ້ 8 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທັງສອງໂຄງການນີ້ລ້ວນແຕ່ເຄື່ອນໄຫວຢ່າງມີປະສິດທິຜົນ.

ເຖິງວ່າຕີລາຄາສູງປະສິດທິຜົນຂອງການນຳໃຊ້ບັນດາແຫຼ່ງທຶນ ODA ກໍ່ຕາມ, ແຕ່ຄະນະຕິດຕາມກວດກາ ແລະຄະນະປະຈຳສະພາແຫ່ງຊາດກໍ່ຍົກອອກບາງຂໍ້ຄົງຄ້າງ, ຈຳກັດໃນວຽກງານຄຸ້ມຄອງ ແລະນຳໃຊ້ແຫຼ່ງທຶນ ODA. ນັ້ນແມ່ນວຽກງານສ້າງແຜນການ, ຈັດແບ່ງທຶນໃນຫຼາຍກໍລະນີບໍ່ທັນຕິດແທດກັບຄວາມຕ້ອງການຕົວຈິງ; ຄຸນນະພາບໃນການກະກຽມບາງໂຄງການຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ເຮັດໃຫ້ຟຸມເຟືອຍ, ມີປະສິດທິຜົນຕ່ຳ; ຄຸນນະພາບ, ກຳລັງຄວາມສາມາດໃນການຜັນຂະຫຍາຍບາງໂຄງການຍັງບໍ່ທັນສູງ...

ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ຍົກອອກສະພາບຕົວຈິງກ່ຽວກັບການຜິດດ່ຽງກັນລະຫວ່າງບັນດາເຂດ, ພາກ, ທ້ອງຖິ່ນໃນການຈັດແບ່ງແຫຼ່ງທຶນ ODA ແລະສະເໜີຮັບປະກັນໃຫ້ມີລັກສະນະເປີດເຜີຍ, ມີຄວາມສະເໝີພາບສູງກວ່າເມື່ອຈັດແບ່ງແຫຼ່ງທຶນໃນໄລຍະຈະມາເຖິງ.

ຍ້ອນວ່າແມ່ນປະເທດພວມພັດທະນາ,  ຫວຽດນາມ ຍັງຕ້ອງການຮັບອຸປະຖຳ ODA ເພື່ອພັດທະນາເສດຖະກິດ-ສັງຄົມ. ຄະນະຕິດຕາມກວດກາ ແລະຄະນະປະຈຳສະພາແຫ່ງຊາດ ສະເໜີຕ້ອງສ້າງລະບົບກົດໝາຍໃຫ້ສຳເລັດໂດຍໄວ; ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ, ຈຳກັດເພື່ອໃຫ້ວຽກງານການຄຸ້ມຄອງ, ນຳໃຊ້ແຫຼ່ງທຶນ ODA ບັນລຸປະສິດທິຜົນສູງກວ່າ...

ໂດຍ: ແສງເດືອນ