ການລົງທຶນສາກົນ - ເສົາຄໍ້າຍຸດທະສາດ

ໄລຍະພັດທະນະທີ 4 ໃນຮອບວຽນ 12 ປີ, ນັບແຕ່ 2018-2030, Viettel ຕັ້ງເປົ້າໝາຍຮັກສາການເຕີບໂຕ 10-15%. ດ້ວຍລະດັບການເຕີບໂຕນີ້, ຄາດຄະເນຮອດປີ 2030 ລາຍຮັບຂອງກຸ່ມບໍລິສັດ Viettel ອາດຈະບັນລຸເຖິງ 85 ຕື້ໂດລາສະຫະລັດ.

ຈໍານວນຕົວເລກນີ້ອາດຈະສ້າງຄວາມສົງໄສໃຫ້ຫຼາຍຄົນກ່ຽວກັບຄວາມມັກໃຫຍ່ໃຝ່ສູງຫຼາຍໂພດຂອງ Viettel, ແຕ່ວ່າຖ້າເບິ່ງເຂົ້າໃນວິໄສທັດດໍາເນີນທຸລະກິດທົ່ວໂລກ ແລະເຕັກໂນໂລຢີ 4.0 ນັ້ນ, ຈໍານວນຕົວເລກນີ້ຈະບໍ່ສູງພໍປານໃດ. ຕະຫຼາດຕັດສິນຄວາມສຳເລັດ ແລະການປະລາໄຊຂອງວິສາຫະກິດ ເຊິ່ງ Viettel ຍັງພວມມີຕະຫຼາດ 11 ແຫ່ງທັງຢູ່ພາຍໃນ ແລະຕ່າງປະເທດດ້ວຍພົນລະເມືອງທັງໝົດ 240 ລ້ານຄົນ, ມີຂອບຂະໜາດໃຫຍ່ທົບ 3 ເທົ່າກັບຫວຽດນາມ.

leftcenterrightdel
Mytel ພວມມີການເຕີບໂຕພັດທະນາໄວຢູ່ຕະຫຼາດມຽນມາ. ພາບ: ວັນຟອງ-ມາຍຮ່າ.

ປີ 2017, ລາຍຮັບຂອງ Viettel ຢູ່ຕ່າງປະເທດໄດ້ເກືອບ 1,7 ຕື້ດົ່ງ, ເພີ່ມຂຶ້ນ 38% ເມື່ອທຽບໃສ່ປີ 2016, ທົບກວ່າ 9 ເທື່ອເມື່ອທຽບໃສ່ກັບການເຕີບໂຕສະເລ່ຍຂອງຂະແໜງໂທລະຄົມມະນາຄົມໃນທົ່ວໂລກ.

ການລົງທຶນສາກົນໄດ້ກໍານົດໄວ້ວ່າແມ່ນໜຶ່ງເສົາຄໍ້າຍຸດທະສາດ, ສະນັ້ນ, ເປົ້າໝາຍຂອງ Viettel ແມ່ນເປີດກວ້າງຕະຫຼາດລົງທຶນໃຫ້ບັນລຸຂອບຂະໜາດພົນລະເມືອງ 400-500 ລ້ານຄົນ ແລະຕົວເລກນີ້ອາດຈະສູງກວ່າອີກ 600-800 ລ້ານຄົນ.

ສ້າງໂຄງປະກອບລາຍຮັບຄືນໃໝ່

ໄລ່ມາຮອດປັດຈຸບັນ Viettel ໄດ້ເພີ່ມເຕີມ 3 ຂະແໜງອຸດສາຫະກໍາໃໝ່ຕື່ມອີກ, ເປີດກວ້າງຂອບເຂດພັດທະນານັ້ນແມ່ນຂະແໜງອຸດສາຫະກໍາຄວາມໝັ້ນຄົງທາງເຄືອຂ່າຍທາງອິນເຕີແນັດ, ຂະແໜງອຸດສາຫະກໍາເອເລັກໂຕນິກໂທລະຄົມມະນາຄົມ ແລະຂະແໜງອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ.

ເພື່ອຫັນຍຸດທະສາດໃໝ່ໃຫ້ປະກົດຜົນເປັນຈິງ, ການນໍາ Viettel ໃຫ້ຮູ້ວ່າ, ໃນຫຼາຍປີຜ່ານມາກຸ່ມບໍລິສັດໄດ້ລົງທຶນ ແລະມາຮອດປັດຈຸບັນໄດ້ມີສະຖາບັນຄົ້ນຄວ້າ 5 ແຫ່ງ, ບໍລິສັດກ່ຽວກັບເອເລັກໂຕນິກ ແລະກົນຈັກ 2 ແຫ່ງ, ສູນກ່ຽວກັບຂອບເຂດອິນເຕີແນັດ ແລະຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ 2 ແຫ່ງດ້ວຍຜູ້ອອກແຮງງານ 5.000 ຄົນ ແລະງົບປະມານໃຫ້ແກ່ການຄົ້ນຄວ້າພັດທະນາຂຶ້ນເຖິງ 4.000 – 4.5000 ຕື້ດົ່ງ/ປີ.

leftcenterrightdel
ຂົງເຂດອຸດສາຫະກໍາເຕັກໂນໂລຢີສູງແມ່ນຈຸດພົ້ນເດັ່ນໃນໂຄງປະກອບລາຍຮັບຂອງ Viettel. ພາບ: ວັນຟອງ-ມາຍຮ່າ.

ສໍາລັບຂົງເຂດພົນລະເຮືອນ, Viettel ໄດ້ຄົ້ນຄວ້າ ແລະຜະລິດສໍາເລັດຜົນ ແລະນໍາເຂົ້າໃນເຄືອຂ່າຍໂທລະຄົມມະນາຄົມຂອງກຸ່ມບໍລິສັດຢູ່ຫວຽດນາມ ພ້ອມກັບບັນດາຕະຫຼາດໄດ້ລົງທຶນບັນດາພາກສ່ວນສໍາຄັນທີ່ສຸດຂອງພື້ນຖານໂຄງລ່າງໂທລະຄົມມະນາຄົມ.

ການຜັນຂະຫຍາຍລະບົບ vOCS ປະສົບຜົນສຳເລັດນັ້ນໄດ້ນຳ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດຜະລິດ OCS ໃຫຍ່ທີ່ສຸດໃນທົ່ວໂລກ.

leftcenterrightdel
Viettel ຕັ້ງເປົ້າໝາຍຮອດປີ 2020 ຈະບັນລຸ 70% ພື້ນຖານໂຄງລ່າງໂທລະຄົມມະນາຄົມໂດຍກຸ່ມບໍລິສັດເປັນເຈົ້າຂອງ. ພາບ: ວັນຟອງ-ມາຍຮ່າ.

ດ້ວຍການເປັນເຈົ້າຂອງບັນດາເຕັກໂນໂລຢີອຸປະກອນເຂົ້າເຖິງ 4 ຈີ, Viettel ໄດ້ຕັ້ງເປົ້າໝາຍຮອດປີ 2020 ຈະບັນລຸພື້ນຖານໂຄງລ່າງໂທລະຄົມມະນາຄົມໂດຍກຸ່ມບໍລິສັດເປັນເຈົ້າຂອງໃຫ້ໄດ້ 70% ຈາກວຽກງານຄົ້ນຄວ້າ, ອອກແບບຈົນເຖິງການຜະລິດ ແລະບໍ່ຂຶ້ນກັບບໍ່ວ່າບໍລິສັດຜະລິດໃດ ແລະຈະນຳມາກ່ຽວກັບແຫຼ່ງເງິນຕາຕ່າງປະເທດທີ່ມີຄວາມໝັ້ນຄົງໃຫ້ Viettel.

ໂດຍ: ເກື່ອງດັ້ງ