ການ​ຄົ້ນຄວ້າ​ລາຍການ​ໜຶ່ງ ຊຶ່ງ​ນຳ​ລົງ​ພິມ​ໃນ​ວາລະສານ Current Biology ຂອງ​ອົດ​​ສ​ະຕາ​ລີ ເມື່ອ​ບໍ່​ດົນ​ມາ​ນີ້ໃຫ້​ຮູ້​ວ່າ ການເຄື່ອນໄຫວ​ຂົນສົ່ງ​ທາງ​ທະເລສະພາບ​ເຊື່ອມ​ພິດການ​ຄົ້ນ​ຫາ​ສິນ​ທະເລ​ຈົນ​ບົກ​ແຫ້ງ ແລະ​ອື່ນໆນັບ​ວ່າ​ເປັນ​ສາຍເຫດ​ເຮັດ​ໃຫ້​ເນື້ອທີ່​ຂອງ​ເຂດ​ທະເລ​ທີ່​ເປັນ “ທຳ​ມະ​ຊາດ” ລົງ​ໄປ​ຍັງ​ເຫຼືອ​ພຽງ 13% ຂອງ​ບັນດາ​ມະຫາ​ສະໝຸດ​ໃນ​ໂລກ, ພ້ອມ​ກັນ​ນັ້ນ​ກໍ໋​ແຈ້ງ​ເຕືອນ​ວ່າ ສິ່ງແວດລ້ອມ​ທາງ​ທະເລ​ນີ້ອາດ​ຈະ​ຫາຍ​ຕົວ​ໄປ​ທັງ​ໝົດໃນ​ເຄິ່ງ​ສະຕະວັດ (50 ປີ) ຕໍ່ໜ້າ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ອີງໃສ່​ການ​ວິໄຈ​ເຖິງ​ຜົນ​ກະທົບ​ຈາກ​ການເຄື່ອນໄຫວ​ຂອງ​ຄົນທີ່​ມີ​ຕໍ່​ລະບົບ​ນິເວດ​ຂອງ​ທະເລ​ນັ້ນ ບັນດາ​ນັກ​ຄົ້ນຄວ້າ​ສາກົນ​ໄດ້​ຊີ້​ອອກ​ວ່າເຂດ​ທະເລ​ຕ່າງໆ​ທີ່​ຖື​ວ່າ​ເປັນ “ທຳ​ມະ​ຊາດ” ມີ​ຄວາມ​ໝາຍວ່າ “ສ່ວນ​ຫຼາຍ​ຍັງ​ບໍ່​ທັນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການເຄື່ອນໄຫວ​ຂອງ​ຜູ້​ຄົນ.”  ສ່ວນ​ເກາະ​ທະເລ​ທີ່​ຍັງ​ເຫຼືອ​ຖື​ວ່າ​ເປັນ​ທຳ​ມະ​ຊາດໃນ​ປັດຈຸບັນ​ນີ້ຍັງ​ເຫຼືອ​ຢູ່​ພຽງ​ທີ່​ຂົ້ວ​ໂລກ​ເໜືອຂົ້ວ​ໂລກ​ໃຕ້ ແລະອ້ອມແອ້ມ​ເກາະດອນ​ທີ່​ຫ່າງ​ໄກໃນ​ມະຫາ​ສະໝຸດ​ປາ​ຊີ​ຟິກ​ເທົ່າ​ນັ້ນ.

ໃນ​ການ​ຄົ້ນຄວ້າ​ດັ່ງກ່າວບັນດາ​ນັກວິທະຍາສາດ ໄດ້​ຮຽກຮ້ອງ​ໄປ​ຍັງ​ປະເທດ​ຕ່າງໆໃຫ້​ປະສານ​ງານ​ກັນ​ເພື່ອ​ດັດແກ້​ມະຫາ​ສະໝຸດ​ຕ່າງໆ​ໃນ​ໂລກ​ໃຫ້​ເໝາະ​ສົມສະກັດ​ກັ້ນ​ການ​ຄົ້ນ​ຫາ​ສິນ​ທະເລ​ຈົນ​ບົກ​ແຫ້ງ ແລະ​ຈຳກັດ​ການເຄື່ອນໄຫວ​ຂຸດ​ຄົ້ນ​ແຮ່​ທາດ​ໃຕ້​ທະເລທີ່​ເປັນ​ການ​ທຳລາຍ.

 

ຂ່າວ: ວຽງຈັນໃໝ່