ໃນໄລຍະນີ້, ກຸ່ມບໍລິສັດ Viettel ກໍ່ຕັ້ງເປົ້າໝາຍຕໍ່ໄປແມ່ນຮັກສາທີ່ຕັ້ງຊັກຈູງອັນດັບທີ 1 ຢູ່ຫວຽດນາມ ກ່ຽວກັບໂທລະຄົມມະນາຄົມ ແລະອຸດສາຫະກໍາເຕັກໂນໂລຢີສູງ, ກາຍເປັນ top 150 ວິສາຫະກິດໃຫຍ່ທີ່ສຸດຂອງໂລກໃນປີ 2030.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນແມ້ງຮູ່ງ, ອະດີິດປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ໄດ້ມອບໝາຍຍຸດທະສາດໄລຍະ 4 ຂອງ Viettel ແລະຕຳແໜ່ງປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດໃຫ້ທ່ານພົນຈັດຕະວາ ເລດັງຢູງ. ພາບ: ມາຍຮ່າ.

ໃນຍຸດທະສາດໄລຍະ 4 ຂອງຕົນ, Viettel ກໍ່ກໍານົດໄວ້ວ່າຕ້ອງນຳໜ້າໃນການປະຕິວັດ 4.0 ໃຫ້ພື້ນຖານເສດຖະກິດດ້ວຍບົດບາດຊັກຈູງ ແລະແຜ່ຂະຫຍາຍທັງເຕັກໂນໂລຢີ, ການບໍລິການ, ຮູບແບບດໍາເນີນທຸລະກິດ, ຄົ້ນຄວ້າຜະລິດ, ຜະລິດຕະພັນ. ໃນນັ້ນໄດ້ສຸມໃສ່ເຂົ້າບັນດາແຜນຮ່າງ 4.0 ໃຫ້ລັດຖະບານເອເລັກໂຕນິກ, ການສຶກສາ, ກະສິກໍາ, ນະຄອນສະຫຼາດ,... ຈາກລະດັບສູນກາງລົງຮອດທ້ອງຖິ່ນ, ຕະຫຼອດຮອດທຸກຂົງເຂດໃນການດໍາລົງຊີວິດ. Viettel ກໍ່ສືບຕໍ່ຮັກສາຮູບແບບກ່ຽວກັບລັດວິສາຫະກິດໄວ້, ຮັບປະຕິບັດບັນດາວຽກງານທີ່ຫຍຸ້ງຍາກທີ່ມີພາລະກໍາລະດັບຊາດ.

 

ແປໂດຍ: ເກື່ອງດັ້ງ