ທ່ານພົນຈັດຕະວາ ເລດັງຢຸງ ເຮັດວຽກ ຢູ່ Viettel ນັບແຕ່ປີ 1996. ທ່ານໄດ້ດໍາລົງຕໍາແໜ່ງເປັນຮອງຜູ້ອໍານວຍການ ແລະຮອງຜູ້ອໍານວຍການໃຫຍ່ຂອງ Viettel ເປັນເວລາ 16 ປີ, ເຊິ່ງຍາວທີ່ສຸດໃນປະຫວັດສາດຂອງກຸ່ມບໍລິສັດ. ທ່ານກໍ່ເປັນເລຂາພັກກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ໄດ້ 5 ປີ ແລະດໍາລົງຕໍາແໜ່ງເປັນປະທານທັງເປັນຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel (Viettel Global) ນັບແຕ່ປີ 2016.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂໍ້ຕົກລົງໃຫ້ທ່ານພົນຈັດຕະວາ ເລດັງຢຸງ. ພາບ: ມາຍຮ່າ

ໃນໄລຍະເວລາເປັນເລຂາພັກຂອງກຸ່ມບໍລິສັດ, ທ່ານພົນຈັດຕະວາ ເລດັງຢຸງ ໄດ້ມີແຜນນະໂຍບາຍເຕົ້າໂຮມແຫຼ່ງກໍາລັງປະຕິບັດ 3 ຍຸດທະສາດແກ່ນສານຂອງ Viettel ແມ່ນ: ໂທລະຄົມມະນາຄົມພາຍໃນປະເທດ, ໂທລະຄົມມະນາຄົມຕ່າງປະເທດ ແລະຄົ້ນຄວ້າຜະລິດເຄື່ອງອຸປະກອນ; ສ້າງຮູບແບບກົນຈັກ “ຮາບພຽງ” ກ່ຽວກັບການຈັດຕັ້ງ, ລົບລ້າງຊັ້ນເປັນກາງເພື່ອຊ່ວຍ Viettel ໃຫ້ມີຄວາມໄຫວພິບ, ມີຫົວຄິດປະດິດສ້າງ, ມີຄວາມກ້າຫານມອບສິດໃຫ້ທຸກຂັ້ນ; ຫັນປ່ຽນຈາກການຕີລາຄາໝາກຜົນໄປສູ່ການຕີລາຄາຢ່າງຮອບດ້ານກ່ຽວກັບສະມັດຕະພາບ, ຄຸນນະພາບ ແລະປະສິດທິຜົນ; ປະຕິບັດທັດສະນະຕັ້ງເປົ້າໝາຍ, ຄາດໝາຍສູງເພື່ອຊອກຫາວິທີເຮັດວຽກແບບໃໝ່ ແລະບຸກທະລຸ; ມອບໝາຍວຽກໃໝ່, ວຽກຫຍຸ້ງຍາກເພື່ອບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະສ້າງບາດກ້າວບຸກທະລຸຂອງກຸ່ມບໍລິສັດ.

ແປໂດຍ: ທູຈາງ