ທີ່ຫວຽດນາມ ແມ່ນຕະຫຼາດເຄີຍມີລະດັບເຕີບໂຕໄວທີ່ສຸດໃນໂລກ, Viettel ຕ້ອງເສຍເວລາກວ່າໜຶ່ງປີຈຶ່ງບັນລຸໄດ້ສອງລ້ານເບີໂທ. ໃນໄລຍະມໍ່ໆມານີ້, ເພື່ອບັນລຸໄດ້ຄາດໝາຍໃນໄລຍະເວລາສັ້ນທີ່ສຸດຂອງ Viettel ຢູ່ຕະຫຼາດ Tanzania (ເຄືອຂ່າຍ Halotel) ດ້ວຍເວລາແມ່ນ 9 ເດືອນ ນັບແຕ່ເມື່ອເປີດສະຫຼອງ.

leftcenterrightdel
Mytel (ເຊິ່ງແມ່ນເຄື່ອງໝາຍການຄ້າຂອງ Viettel ຢູ່ ມຽນມາ) ທີ່ສະໜອງການບໍລິການໂທລະຄົມມະນາຄົມ ຢູ່ປະເທດ ມຽນມາ. ພາບ: ມາຍລິງ.

ຕາມທ່ານ ຫງວຽນແທງນາມ ຜູ້ອຳນວຍການໃຫຍ່ຂອງ Mytel ແລ້ວ, ສອງລ້ານເບີໂທໄດ້ຮັບຖືວ່າແມ່ນຂີດໝາຍເພື່ອໃຫ້ Mytel ສ້າງປະຊາຄົມລູກຄ້າທີ່ມີຂະໜາດໃຫຍ່ໃຫ້ແກ່ການດຳເນີນທຸລະກິດບັນລຸປະສິດທິຜົນສູງ. “ປະຊາຄົມລູກຄ້າໃຫຍ່ນັ້ນຈະສ້າງເງື່ອນໄຂສະດວກໃຫ້ Mytel ໃນການແຜ່ຂະຫຍາຍບັນດາບັ້ນດຶງດູດລູກຄ້າໃໝ່, ໄປພ້ອມກັບການເຊື່ອມຕໍ່ເຄືອຂ່າຍ Mytel  ເພື່ອພ້ອມກັນຊົມໃຊ້ບັນດາຄວາມສະດວກ ແລະບູລິມະສິດໃຫຍ່”, ທ່ານ ຫງວຽນແທງນາມ ໃຫ້ຮູ້ວ່າ:

ກ່ອນການເປີດສະຫຼອງ, Viettel ວາງອອກເປົ້າໝາຍຈະມີ 2-3 ລ້ານເບີໂທຢູ່ຕະຫຼາດມຽນມາ ໃນປີ 2018. ເຖິງຢ່າງໃດກໍ່ຕາມ, ພຽງແຕ່ເປີດສະຫຼອງເປັນເວລາກວ່າໜຶ່ງເດືອນ, Mytel ບັນລຸໄດ້ກວ່າສອງລ້ານເບີໂທ ແລະລະດັບເຕີບໂຕໃນປະຈຸບັນສືບຕໍ່ໄດ້ຮັບການຮັກສາໄວ້ຢູ່ໃນລະດັບສູງ, ໃນນັ້ນອັດຕາເບີໂທ 4G ກວມເອົາເຖິງ 70% ໃນຍອດຈຳນວນເບີໂທ. ສາຍເຫດແມ່ນຊາວ ມຽນມາ ນິຍົມຊົມໃຊ້ເຄືອຂ່າຍມືຖືໃໝ່ມີຄຸນນະພາບດີ, ເຂດກະຈາຍສັນຍານ 4G ແມ່ນກວ້າງຂວາງ, ລາຄາຖືກ, ມີການບໍລິການຫຼາຍຮູບຫຼາຍແບບ.

ທີ່ມຽນມາ, Mytel  ແມ່ນເຄືອຂ່າຍມືຖືທຳອິດ ແລະໜຶ່ງດຽວເມື່ອເປີດສະຫຼອງໄດ້ກະຈາຍສັນຍານ 4G ໄປທົ່ວປະເທດ, ດ້ວຍສາຍກາບໃຍແກ້ວ 30.000km (ກວມເອົາ 50% ພື້ນຖານໂຄງລ່າງສາຍກາບໃຍແກ້ວຂອງມຽນມາ). ລະບົບຈຳໜ່າຍຂອງ Mytel ກ່ອນການເປີດສະຫຼອງກໍ່ໄດ້ກະຈາຍໃນທົ່ວປະເທດດ້ວຍຮ້ານຂາຍສິນຄ້າ 50 ແຫ່ງ ແລະ 50.000 ສາຂາຈຳໜ່າຍສິນຄ້າ (70% ຢູ່ບັນດາເຂດຊົນນະບົດ). ເມື່ອສະໜອງການບໍລິການ, Mytel ໄດ້ຄິດໄລ່ຄ່າບໍລິການຕາມແຕ່ລະວິນາທີໂທ (block 1s+1s) ປ່ຽນແທນວິທີຄິດໄລ່ຄ່າຕາມ block 15 ວິນາທີ ຫຼື 20 ວິນາທີຄືບັນດາເຄືອຂ່າຍອື່ນ.

ຄຽງຂ້າງບັນດາຈຸດດີກ່ຽວກັບພື້ນຖານໂຄງລ່າງ, ລະບົບຈຳໜ່າຍ, ຜະລິດຕະພັນເໝາະສົມ, ສາຍເຫດໜຶ່ງທີ່ຊ່ວຍໃຫ້ Mytel ເຕີບໂຕໄວແມ່ນຍ້ອນການຄົ້ນຄວ້າຕະຫຼາດຢ່າງລະອຽດ, ຄວາມຊິນເຄີຍຂອງຊາວມຽນມາ. ລາຍການໄດ້ສະແດງໃຫ້ເຫັນປະສິດທິຜົນຂອງຍຸດທະສາດຄົ້ນຄວ້າຕະຫຼາດຢ່າງລະອຽດຂອງ Mytel ຢ່າງຈະແຈ້ງ ນັ້ນແມ່ນ “ສັ່ນ phone ຖືກຂອງຂວັນ” (Shaking the amazing). ນີ້ແມ່ນເຕັກໂນໂລຢີໃໝ່ ແລະຄວາມແຕກຕ່າງກັນຢູ່ມຽນມາ, ລູກຄ້າໄດ້ຕິດຕັ້ງແອັບພຼີເຄຊັນ self-care  ແລະສັ່ນໂທລະສັບເພື່ອຮັບລາງວັນແມ່ນ smartphone Mytel, ທຶນການສຶກສາພາສາອັງກິດ, ຫຼາຍລ້ານ GB data, ນາທີໂທ, ຂໍ້ຄວາມ.

ໄລ່ຮອດທ້າຍເດືອນ ມິຖຸນາ 2018, ໃນຂົງເຂດການລົງທຶນອອກຕ່າງປະເທດ, 8/10 ຕະຫຼາດສາກົນຂອງ Viettel ໄດ້ດຳເນີນທຸລະກິດທີ່ມີກຳໄລ. ບັນດາຕະຫຼາດເຫຼົ່ານີ້ລວມມີ: ເປຣູ, ກຳປູເຈຍ, ລາວ, ໄຮຕີ, ບູຣຸນດີ, ຕິມໍ ຕາເວັນອອກ, ໂມຊຳບິກ ແລະກາເມຣູນ. ໃນນ້ັນ, ສາມຕະຫຼາດ (ລາວ, ກຳປູເຈຍ, ຕິມໍ ຕາເວັນອອກ) ແມ່ນໄດ້ທຶນຄືນແລ້ວ ແລະຢືນອັນດັບທີ 1 ຢູ່ຕະຫຼາດກ່ຽວກັບເຄືອຂ່າຍໂທລະຄົມມະນາຄົມ, ເກັບລາຍຮັບໄດ້ທົບ 4-5 ເທົ່າມູນຄ່າເງິນລົງທຶນ.

ພິເສດ, ໃນຈຳນວນ 10 ຕະຫຼາດສາກົນຂອງ Viettel, ມຽນມາ ແມ່ນຕະຫຼາດໃຫຍ່ທີ່ສຸດ ແລະຕັ້ງຄວາມຫວັງໄວ້ສູງທີ່ສຸດໃນປີ 2018 ກ່ຽວກັບການເຕີບໂຕ. ການພັດທະນາຂອງຕະຫຼາດມຽນມາ ແມ່ນປັດໄຈສົ່ງຜົນສະທ້ອນສຳຄັນເຖິງຜົນແຫ່ງການດຳເນີນທຸລະກິດສາກົນຂອງກຸ່ມບໍລິສັດ Viettel ໃນປີນີ້. ຕາມແຜນການໃໝ່, ຄາດໝາຍຂອງ Mytel ແມ່ນໃຫ້ບັນລຸໄດ້ 4 ລ້ານເບີໂທໃນທ້າຍປີ 2018 ແລະໝົດປີ 2019 ເລີ່ມຕົ້ນການດຳເນີນທຸລະກິດມີກຳໄລ.

 

ແປໂດຍ: ແສງເດືອນ