ຕອນເຊົ້າວັນທີ 13 ກໍລະກົດ, ໂດຍຕອບສະໜອງບັນດາການເຄື່ອນໄຫວ "ຕອບບຸນແທນຄຸນ", ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7-1947/27-7-2018), ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ພະນັກງານ, ນັກຮົບ, ກໍາມະກອນ, ພາລະກອນ Viettel ແຂວງ ດັກລັກ (ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ) ໄດ້ຈັດຕັ້ງພິທີໄວ້ອາໄລສຸສານ ແລະປ່ຽນໃໝ່ດອກໄມ້ 4.035 ງ່າ, ໂຖດອກໄມ້ 299 ອັນ ຢູ່ 14/14 ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ແລະບັນດາເມືອງ, ເທດສະບານແຂວງໃນບໍລິເວນແຂວງດັກລັກ.

leftcenterrightdel
ພະນັກງານ, ພາລະກອນ Viettel ແຂວງ ດັກລັກ ປ່ຽນໃໝ່ດອກໄມ້, ໂຖດອກໄມ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ດັກລັກ. ພາບ: ບີ່ງດີ້ງ.

ຄ່າໃຊ້ຈ່າຍໃຫ້ແກ່ການເຄື່ອນໄຫວຕອບບຸນແທນຄຸນຄັ້ງນີ້ແມ່ນເກືອບ 95 ລ້ານດົ່ງ, ຖືກຫັກເງິນຈາກ “ກອງທຶນສະຫວັດດີການ” ຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເຊິ່ງ Viettel ແຂວງ ດັກລັກ ຜັນຂະຫຍາຍປະຈຳປີນັບແຕ່ປີ 2015 ມາຮອດປະຈຸບັນ.

 

ແປໂດຍ: ເຈິ່ນຮວ່ຽນ