ດັດຊະນີປ່ຽນແປງໃໝ່ຫົວຄິດປະດິດສ້າງທົ່ວໂລກຂອງ ຫວຽດນາມ ເພີ່ມຂຶ້ນ 2 ຂັ້ນ
ກປ.ອອນໄລ - ວັນທີ 10 ກໍລະກົດ, ຢູ່ ນິວຢອກ, ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ປະກາດບົດລາຍງານກ່ຽວກັບການຈັດອັນດັບດັດຊະນີແຫ່ງການປ່ຽນແປງໃໝ່ຫົວຄິດປະດິດສ້າງທົ່ວໂລກ ປີ 2018. ຫວຽດນາມ ສືບຕໍ່ປັບປຸງທີ່ຕັ້ງ, ເພີ່ມຂຶ້ນ 2 ຂັ້ນ, ຖືກຈັດຢູ່ອັນດັບທີ 45/126 ປະເທດ.
ດັດຊະນີແຫ່ງການປ່ຽນແປງໃໝ່ຫົວຄິດປະດິດສ້າງທົ່ວໂລກ (GII) ແມ່ນເຄື່ອງມືຕີລາຄາ, ຈັດອັນດັບກໍາລັງຄວາມສາມາດປ່ຽນແປງໃໝ່ຫົວຄິດປະດິດສ້າງຂອງບັນດາປະເທດ.
ຕາມບົດລາຍງານ, ດັດຊະນີ GII 2018 ຂອງຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງ, ເພີ່ມຂຶ້ນ 2 ຂັ້ນ, ຖືກຈັດອັນດັບທີ 45/126 ປະເທດ. ການຈັດອັນດັບຄັ້ງນີ້ ຫວຽດນາມ ເພີ່ມຂຶ້ນ 14 ຂັ້ນເມື່ອທຽບໃສ່ກັບການຈັດອັນດັບໃນປີ 2016.
    |
 |
ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ປະກາດບົດລາຍງານກ່ຽວກັບການຈັດອັນດັບ ດັດຊະນີແຫ່ງການປ່ຽນແປງໃໝ່ຫົວຄິດປະດິດສ້າງທົ່ວໂລກ. ພາບ: nhandan.org.vn. |
ໝາກຜົນຂອງດັດຊະນີ GII 2018 ແມ່ນພະຍານຫຼັກຖານສໍາຄັນໃຫ້ແກ່ການຊີ້ນໍາຢ່າງຂ້ຽວຂາດ, ຮອບດ້ານຂອງລັດຖະບານ ແລະຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການສ້າງ ແລະຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ແທດຈິງເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ຍົກສູງກໍາລັງຄວາມສາມາດແກ່ງແຍ້ງແຫ່ງຊາດ, ຍົກສູງກຳລັງຄວາມສາມາດໃນການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງຂອງປະເທດ.
ເມື່ອຕີລາຄາເລື່ອງດັດຊະນີປ່ຽນແປງໃໝ່ຫົວຄິດປະດິດສ້າງທົ່ວໂລກຂອງ ຫວຽດນາມ ເພີ່ມຂຶ້ນ, ທ່ານ Sacha Wunsch- Wincent, ນັກຊ່ຽວຊານຂອງ WIPO ໃຫ້ຮູ້ວ່າ, ໃນຕາຕະລາງຈັດອັນດັບປີນີ້, ຫວຽດນາມ ພົ້ນເດັ່ນເປັນປະເທດພິເສດຍ້ອນ 2 ເຫດຜົນ. ກ່ອນອື່ນໝົດ, ຫວຽດນາມ ແມ່ນປະເທດຂຶ້ນລະດັບໃນຕາຕະລາງຈັດອັນດັບການປ່ຽນແປງໃໝ່ຫົວຄິດປະດິດສ້າງທົ່ວໂລກຢ່າງລຽນຕິດ. ທີສອງ, ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນປະເທດມີການເຄື່ອນໄຫວທີ່ພົ້ນເດັ່ນຢ່າງຕໍ່ເນື່ອງໃນການປ່ຽນແປງໃໝ່ຮັບໃຊ້ການພັດທະນາເສດຖະກິດ. ຫວຽດນາມ ກໍ່ແມ່ນປະເທດໜຶ່ງດຽວມີການຊີ້ນໍາຈາກຂັ້ນນາຍົກລັດຖະມົນຕີ ດ້ວຍມະຕິສ້າງຕັ້ງກຸ່ມນັກວິຊາການພິເສດ, ໜຶ່ງກະຊວງ, ໜຶ່ງຂະແໜງການແຕກຕ່າງກັນເພື່ອພ້ອມກັນຊຸກຍູ້ນະໂຍບາຍປ່ຽນແປງໃໝ່ຫົວຄິດປະດິດສ້າງ.
ແປໂດຍ: ກວຽດເຕີມ