ວັນທີ 21-22 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກໍາມະການລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ໄດ້ສົມທົບກັບຄະນະເລຂາທິການແຫ່ງຊາດກ່ຽວກັບອາຊຽນ ຂອງຫວຽດນາມ, ໂຄງການ ASEAN-U.S. PROGRESS, ລັດຖະບານອົດສະຕາລີ ແລະຕວກກີ ຈັດຕັ້ງກອງປະຊຸມສໍາມະນາພາກພື້ນກ່ຽວກັບຍຸດທະສາດຕ້ານ ແລະສະກັດກັ້ນການຄ້າມະນຸດ, ພິເສດແມ່ນແມ່ຍິງ ແລະເດັກນ້ອຍດ້ວຍຫົວຂໍ້ “ເພີ່ມທະວີການສໍາຜັດກັບຂໍ້ມູນຂ່າວສານ ແລະລະບົບປົກປ້ອງປະຊາຄົມ”.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນຖືວ່າ ຄວນມີວິທີການສໍາຜັດລະຫວ່່າງຂະແໜງການ ແລະຄວາມມານະພະຍາຍາມລວມບໍ່ພຽງແຕ່ຂອງບັນດາລັດຖະບານ, ບັນດາອົງການສຳນັກງານເທົ່ານັ້ນ, ຫາກຍັງແມ່ນຂອງຝ່າຍທີ່ກ່ຽວຂ້ອງໃນພາກພື້ນ ແລະໃນໂລກ, ບັນດາອົງການຈັດຕັ້ງ ແລະບັນດາບຸກຄົນໃນສັງຄົມອີກດ້ວຍ. ສະນັ້ນ, ອາຊຽນ ຊົມເຊີຍ ແລະສົ່ງເສີມການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງໃນວິວັດທະນາການທາບທາມຄໍາເຫັນ ແລະຜັນຂະຫຍາຍນະໂຍບາຍທີ່ກ່ຽວຂ້ອງເຖິງການຕ້ານ ແລະສະກັດກັ້ນການຄ້າມະນຸດ, ມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມອາຊຽນ “ເພື່ອປະຊາຊົນ ແລະຖືປະຊາຊົນເປັນໃຈກາງ”.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ຢູ່ຫວຽດນາມ. ພາບ: baodansinh.vn

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ,  ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ຢັ້ງຢືນຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການສືບຕໍ່ປະຕິບັດບັນດານະໂຍບາຍ ແລະມາດຕະການກ່ຽວກັບການຕ້ານ ແລະສະກັດກັ້ນການຄ້າມະນຸດຢ່າງມີປະສິດທິຜົນ, ຮຽກຮ້ອງເພີ່ມທະວີການຮ່ວມມືກັບສາກົນ, ພາກພື້ນ ແລະລະດົມແຫຼ່ງກໍາລັງ ເພື່ອແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມນີ້.

 

ແປໂດຍ: ທູຈາງ