leftcenterrightdel
ກຸ່ມບໍລິສັດ ມາຍລິງ (ຫວຽດນາມ) ລົງນາມຮ່ວມມືດຳເນີນທຸລະກິດກັບກຸ່ມບໍລິສັດ Willer (ຍີ່ປຸ່ນ). ພາບ: baotintuc.vn.

ດ້ວຍປະສົບການ ແລະກໍາລັງຄວາມສາມາດຂອງກຸ່ມບໍລິສັດຂົນສົ່ງແຖວໜ້າຂອງຍີ່ປຸ່ນ, Willer ຈະຮ່ວມມືຍຸດທະສາດພ້ອມກັບກຸ່ມບໍລິສັດ ມາຍລິງ ກ່ຽວກັບການວາງແຜນຜັງ, ພັດທະນາການຄົມມະນາຄົມຂົນສົ່ງຢູ່ຫວຽດນາມ. ໃນຕໍ່ໜ້າ, Willer ຈະພ້ອມກັບກຸ່ມບໍລິສັດ ມາຍລິງ  ປັບປຸງພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ສາຍລົດເມດ່ວນຈາກນະຄອນ ໂຮ່ຈິມິນ-ເກິ່ນເທີ ກັບບັນດານະຄອນຢູ່ເຂດທົ່ງພຽງແມ່ນໍ້າຂອງ. Willer ຈະມີຄວາມຮັບຜິດຊອບບໍາລຸງສ້າງພະນັກງານຄຸ້ມຄອງຄວາມປອດໄພໃນການຄົມມະນາຄົມໃຫ້ຫວຽດນາມ, ສົມທົບກັບກຸ່ມບໍລິສັດ ມາຍລິງ ຍົກສູງຄຸນນະພາບຄວາມປອດໄພໃນການຄົມມະນາຄົມ, ແກ້ໄຂສະພາບລົດຕິດໃນການຈະລາຈອນຜ່ານການປະຕິບັດສັນຍາຂົນສົ່ງເອເລັກໂນນິກ (ຈ່ອງປີ້ຜ່ານ App ), ຊໍາລະດ້ວຍບັດ, ຂະຫຍາຍ ແລະນຳໃຊ້ຄິວລົດ, ສະຖານທີ່ຈອດລົດຕາມມາດຕະຖານຄວາມປອດໄພ ແລະວັດທະນະທໍາໃນການຈະລາຈອນ ຂອງຍີ່ປຸ່ນ. 

ແປໂດຍ: ທູຈາງ