ກ່າວຄໍາເຫັນທີ່ພິທີເປີດສະຫຼອງເຄືອຂ່າຍ Mytel, ທ່ານຈອມພົນ  Min Aung Hlaing  ຜູ້ບັນຊາການສູງສຸດບັນດາກໍາລັງປະກອບອາວຸດມຽນມາ ກ່າວວ່າ: “ເຫດການມື້ນີ້ເປັນຂີດໝາຍສໍາຄັນໃນການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະມຽນມາ ໃນຂົງເຂດ ICT.  ດ້ວຍປະສົບການ ແລະເຕັກໂນໂລຢີຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ທີ່ໄດ້ລົງທຶນປະສົບຜົນສໍາເລັດຢູ່ 9 ປະເທດໃນໂລກ, ຂ້າພະເຈົ້າເຊື່ອໝັ້ນວ່າ Mytel ຈະປະກອບສ່ວນຊຸກຍູ້ການພັດທະນາຂົງເຂດໂທລະຄົມມະນາຄົມກໍ່ຄືແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ປະເທດ ມຽນມາ”.

leftcenterrightdel
ພິທີເປີດສະຫຼອງເຄືອຂ່າຍໂທລະສັບມືຖືທີ່ ມຽນມາ. ພາບ: tuoitre.vn.

ຕາມທ່ານ ຫງວຽນແທງນາມ, ຜູ້ອໍານວຍການ Mytel ແລ້ວ: “ເປົ້າໝາຍຂອງ Mytel ແມ່ນສ້າງເຄືອຂ່າຍຂໍ້ມູນຂ່າວສານທີ່ແທດຈິງດ້ວຍພື້ນຖານໂຄງລ່າງ  4G ຢ່າງທົ່ວເຖິງ, ຕໍ່ກໍາລັງແຮງໃຫ້ແກ່ປະຊາຊົນ, ປະເທດ ມຽນມາ ໃນການປະຕິວັດອຸດສາຫະກໍາ 4.0.

ໂດຍແມ່ນເຄືອຂ່າຍໂທລະສັບມືຖືທີ 4 ຢູ່ຕະຫຼາດ ມຽນມາ, Mytel ວາງຄາດໝາຍກາຍເປັນເຄືອຂ່າຍໃຫຍ່ທີ່ສຸດທັງດ້ານພື້ນຖານໂຄງລ່າງ ແລະ ການດໍາເນີນທຸລະກິດ. ໃນປີທໍາອິດເລີ່ມຕົ້ນການດໍາເນີນທຸລະກິດ, Mytel  ລົງທຶນກວ່າ 7.000 ສະຖານີສົ່ງຮັບສັນຍານ 4G  ແລະ 30.000 ກວ່າກິໂລແມັດສາຍກາບໃຍແສງ, ປົກຄຸມທົ່ວປະເທດມຽນມາ.

ແປໂດຍ: ກວຽດເຕິມ