leftcenterrightdel
 
leftcenterrightdel
ພິທີເປີດຕົວເວັບໄຊຮູບເງົາອອນໄລ Keeng Movies. ພາບ: tiin.vn.

ຂໍ້ມູນຂ່າວສານດັ່ງກ່າວໂດຍຜູ້ຕາງໜ້າບໍລິສັດສື່ສານ Viettel (Viettel Media, ຂຶ້ນກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ) ປະກາດໃນພິທີເປີດຕົວເວັບໄຊຮູບເງົາອອນໄລ Keeng Movies ຢ່າງເປັນທາງການຢູ່ນະຄອນ ໂຮ່ຈິມິນ ໃນຕອນບ່າຍວັນທີ 6 ມິຖຸນາ.

ຜູ້ຕາງໜ້າ Viettel Media ໃຫ້ຮູ້ວ່າ, ປີ 2018, Viettel ຈະນໍາ Keeng Movies ເຂົ້າເຖິງຕະຫຼາດ ລາວ, ກໍາປູເຈຍ, ມຽນມາ ແລະຮອດປີ 2020 ຈະຂະຫຍາຍຢູ່ 7 ປະເທດ ເຊິ່ງ Viettel ພວມລົງທຶນຕື່ມອີກດ້ວຍເປົ້າໝາຍບັນລຸລາຍຮັບໃຫ້ໄດ້ 50 ລ້ານໂດລາສະຫະລັດ. ໄລຍະຍາວ, Keeng Movies ຈະເປີດກວ້າງເຂົ້າເຖິງບັນດາຕະຫຼາດພັດທະນາຄື: ເອີລົບ, ອາເມລິກາເໜືອ, ບັນດາປະເທດຄື: ສ.ເກົາຫຼີ, ຍີ່ປຸ່ນ..

ເວັບໄຊຮູບເງົາ Keeng Movies ຂອງ Viettel Media ປັດຈຸບັນພວມຖືລິຂະສິດຈໍາໜ່າຍຮູບເງົາຈາກບັນດາສຳນັກຮູບເງົາໃຫຍ່ທີ່ສຸດໃນໂລກຂອງ Hollywood ຄື 20th Century Fox, NBC Universal, Warner Bros… ແລະບັນດາສະຖານີໂທລະພາບທີ່ມີຊື່ສຽງຄື TVB (ຮົ່ງກົງ-ຈີນ), MBC, KBS (ສ.ເກົາຫຼີ)… ໂດຍອີງໃສ່ທ່າແຮງ 60 ລ້ານເບີໂທລະສັບ Viettel ແລະປະຊາຄົມ 10 ລ້ານຄົນທີ່ນໍາໃຊ້ Keeng Music, ສະນັ້ນພຽງແຕ່ທົດລອງໃນເວລາເກືອບ 1 ປີ, Keeng Movies ໄດ້ມີຜູ້ນໍາໃຊ້ກວ່າ 2 ລ້ານຄົນ.

 

ແປໂດຍ: ຫງວຽນກຸກ