ບໍລິສັດຍາມໃດກໍ່ປະຕິບັດບັນດາຂໍ້ກໍານົດຂອງລັດ, ກະຊວງປ້ອງກັນປະເທດຢ່າງເຂັ້ມງວດ; ຈັດຕັ້ງການຊາບຊຶມ, ການສຶກສາອົບຮົມ, ຍົກສູງລະດັບຄວາມຮູ້ໃຫ້ແກ່ພະນັກງານ, ພາລະກອນ, ຜູ້ອອກແຮງງານກ່ຽວກັບວຽກງານຄວາມປອດໄພ, ສຸຂະອະນາໄມແຮງງານ ແລະປ້ອງກັນ, ຕ້ານໄຟ້ໄໝ້, ລະເບີດ. ນັບແຕ່ສຳນັກງານຕະຫຼອດຮອດໂຮງງານລ້ວນແຕ່ໄດ້ຈັດວາງ, ສັບຊ້ອນຢ່າງມີວິທະຍາສາດ, ເໝາະສົມ ; ເຮັດອະນາໄມສິ່ງແວດລ້ອມ, ສຸຂະອະນາໄມອຸດສາຫະກໍາ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ລະບົບເຄື່ອງອຸປະກອນດ້ານເຕັກນິກ, ພາຫະນະ, ເຄື່ອງກົນຈັກລ້້ວນແຕ່ໄດ້ຮັບການກວດກາ, ຈໍ້າກາ ແລະຕິດຖືກຕ້ອງຕາມຂໍ້ກໍານົດ. ບໍລິສັດຮັບປະກັນບັນດາລະບອບບໍາລຸງ, ປົກປ້ອງແຮງງານຖືກຕ້ອງຕາມຂໍ້ກໍານົດ; ການຝຶກແອບກ່ຽວກັບເຕັກນິກຄວາມປອດໄພ, ສຸຂະອະນາໄມແຮງງານ ແລະມອບໃບຢ້ັງຢືນໃຫ້ແກ່ຜູ້ອອກແຮງງານຢ່າງຄົບຖ້ວນ.  ນັບແຕ່ປີ 2015 ມາຮອດປັດຈຸບັນ, ບໍລິສັດບໍ່ປະໃຫ້ເກີດເຫດການຂາດຄວາມປອດໄພໃນການອອກແຮງງານທີ່ຮ້າຍແຮງ; ຈັດຕັ້ງການກວດສຸຂະພາບ, ຮັບປະກັນຜູ້ອອກແຮງງານມີສຸຂະພາບແຂງແຮງບັນລຸກວ່າ 99%.

leftcenterrightdel
ການດຳເນີນງານລະບົບຕ່ອງໂສ້ເຕັກໂນໂລຢີຜະລິດອຸປະກອນໂທລະຄົມມະນາຄົມທີ່ກ້າວໜ້າ. ພາບ: ຊວນຢາງ
leftcenterrightdel
ກໍາມະກອນ ເຮັດວຽກກັບຕ່ອງໂສ້ເຕັກໂນໂລຢີທັນສະໄໝ. ພາບ: ຊວນຢາງ
leftcenterrightdel
ກວດກາ, ຮັບປະກັນຄວາມປອດໄພຂອງລະບົບໄຟຟ້າເພື່ອຮັບໃຊ້ການຜະລິດ. ພາບ: ຊວນຢາງ
leftcenterrightdel
ລະບົບກັນຄວາມຮ້ອນ, ລະບາຍອາກາດ, ດູດອາຍພິດ ໄດ້ຕິດຕັ້ງຢ່າງຄົບສຸດ, ຮັບປະກັນເງື່ອນໄຂດີທີ່ສຸດໃຫ້ແກ່ກໍາມະກອນເຮັດວຽກ. ພາບ: ຊວນຢາງ
leftcenterrightdel
ບັດຄວາມປອດໄພ ຍາມໃດກໍ່ໄດ້ສະໜອງໃຫ້ແກ່ຜູ້ອອກແຮງງານ ແລະໄດ້ໃສ່ຢ່່່າງຖືກຕ້ອງຕາມຂໍ້ກໍານົດ. ພາບ: ຊວນຢາງ
leftcenterrightdel
ຂອບເຂດຂຽວໃນໂຮງງານຜະລິດອຸປະກອນໂທລະຄົມມະນາຄົມ. ພາບ: ຊວນຢາງ

 

ແປໂດຍ: ທູຈາງ