leftcenterrightdel
ພິທີເປີດສະຫຼອງການໂທຄັ້ງທໍາອິດຂອງເຄືອຂ່າຍ Mytel ຢູ່ມຽນມາ. ພາບ: ແທງຮ່າ.

ຕາມທ່ານພົນຈັດຕະວາ ເລດັງຢູ໊ງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ: “ຄວາມໜາແໜ້ນໂທລະສັບຂອງມຽນມາ ຍັງບໍ່ທັນໜາແໜ້ນເກີນໄປ, ຫາກໍ່ເປີດປະຕູ, ເສດຖະກິດພັດທະນາດ້ວຍລະດັບເຕີບໂຕໄວສະນັ້ນກາລະໂອກາດໃຫ້ໂທລະຄົມມະນາຄົມເວົ້າລວມ ແລະViettel ເວົ້າສະເພາະແມ່ນໃຫຍ່ທີ່ສຸດ. ສະເພາະໃນປີ 2018, ພວກຂ້າພະເຈົ້າຕັ້ງເປົ້າໝາຍໃຫ້ໄດ້ລູກຄ້າ 2-3 ລ້ານຄົນ ຢູ່ມຽນມາ”.

Mytel ແມ່ນຊື່ເຄື່ອງໝາຍການຄ້າຂອງ Telecom International ມຽນມາ – ຮ່ວມທຸລະກິດລະຫວ່າງ Viettel Global (ບໍລິສັດລູກຂອງກຸ່ມບໍລິສັດ Viettel) ກັບສອງຄູ່ຮ່ວມມືທ້ອງຖິ່ນແມ່ນ Star High Public Company ແລະມຽນມາ National Telecom Holding Public (MNTH). ຍອດຈໍານວນທຶນຂອງໂຄງການນີ້ແມ່ນ 1,5 ຕື້ໂດລາສະຫະລັດ, ກວມເອົາເຖິງ 66% ທຶນລົງທະບຽນລົງທຶນຂອງຫວຽດນາມ ເຂົ້າມຽນມາ. ດ້ວຍໂຄງການນີ້, ຫວຽດນາມ ກາຍເປັນນັກລົງທຶນໃຫຍ່ທີ 2 ຂອງພາກພື້ນ ອາຊຽນລົງທຶນເຂົ້າປະເທດນີ້.

ທີ່ມຽນມາ, Mytel ແມ່ນເຄືອຂ່າຍມືຖືທີ 4. ສາມເຄືອຂ່າຍອື່ນແມ່ນ MPT ຂອງລັດມຽນມາ, ດ້ວຍ 42% ອັດຕາສ່ວນຕະຫຼາດ, Teleenor (ນອກແວ) ກວມເອົາ 35% ອັດຕາສ່ວນຕະຫຼາດ ແລະ Ooredoo (ກາຕາ) ດ້ວຍ 23% ອັດຕາສ່ວນຕະຫຼາດ.

ມຽນມາ ແມ່ນພື້ນຖານເສດຖະກິດມີລະດັບເຕີບໂຕເສດຖະກິດສູງສຸດໃນບັນດາຕະຫຼາດຕ່າງປະເທດຂອງ Viettel ຄິດໄລ່ມາຮອດປະຈຸບັນມີ (ລະດັບເຕີບໂຕ 7%). ມຽນມາກໍ່ແມ່ນປະເທດມີລະດັບເຕີບໂຕໄວໃນຂົງເຂດໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານ.

 

ແປໂດຍ: ກວຽດເຕິມ