ສ່ວນຫຼາຍບັນດາເຂດເສດຖະກິດໄດ້ດຶງດູດການລົງທຶນຈາກບັນດາວິສາຫະກິດຂະໜາດໃຫຍ່, ປະກອບສ່ວນແກ້ໄຂວຽກເຮັດງານທໍາ, ຫັນປ່ຽນກົນໄກເສດຖະກິດຕາມທິດຫັນເປັນອຸດສາຫະກໍາ ແລະທັນສະໄໝ.
ກໍາລັງໜູນພັດທະນາເສດຖະກິດທ້ອງຖິ່ນ
ປະຈຸບັນເຂດເສດຖະກິດຈຸດສຸມພາກກາງມີ 4 ເຂດເສດຖະກິດແຄມທະເລ: ເຈີນໄມ-ລັງໂກ (ແຂວງ ເທື່ອທຽນ-ເຫວ້), ຈູລາຍ (ແຂວງ ກວາງນາມ), ຢູງກວດ (ແຂວງ ກວາງຫງາຍ) ແລະເຍີນໂຮ້ຍ (ແຂວງ ບິ່ງດິ້ງ). ຕາມທ່ານ ປທ.ດັ້ງດິ່ງດຶກ, ຜູ້ອໍານວຍການສູນທີ່ປຶກສາ-ຄົ້ນຄວ້າພັດທະນາພາກກາງແລ້ວ: ບັນດາເຂດເສດຖະກິດເກືອບທັງໝົດໄດ້ດຶງດູດບັນດາໂຄງການດ້ວຍຂອບຂະໜາດໃຫຍ່. ບັນດາໂຄງການໄດ້ ແລະພວມສືບຕໍ່ໄດ້ຮັບການຜັນຂະຫຍາຍ, ໝັ້ນໝາຍວ່າຈະນໍາມາເຊິ່ງບັນດາໝາກຜົນທີ່ດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ປະກອບສ່ວນສະໜອງສິນຄ້າໃຊ້ສອຍພາຍໃນປະເທດ.
|
|
ທ່າກໍາປັ່ນ ຈູລາຍ-ເຈື່ອງຫາຍ ທີ່ທັນສະໄໝ, ມີຄວາມສາມາດຮັບກໍາປັ່ນ 20.000 DWT. ພາບ: ຫງວຽນວັນຈູງ. |
ເມື່ອໄປເຖິງບັນດາຕາແສງແຄມທະເລຂຶ້ນກັບເມືອງ ນຸ໋ຍແທ່ງ (ແຂວງ ກວາງນາມ), ພວກຂ້າພະເຈົ້າ ຮູ້ສຶກໄດ້ການປ່ຽນແປງຢູ່ທີ່ນີ້. ຕາມການນໍາທ້ອງຖິ່ນ ແລະປະຊາຊົນແລ້ວ, ການປ່ຽນແປງເຫຼົ່ານັ້ນໄດ້ເລີ່ມຕົ້ນນັບແຕ່ເມື່ອເຂດເສດຖະກິດເປີດ ຈູລາຍ ໄດ້ຮັບການສ້າງຕັ້ງໃນປີ 2003. ທ່ານ ຟ້າມເອິນ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດເປີດ ຈູລາຍ, ໃຫ້ຮູ້ວ່າ: “ນັບແຕ່ເມື່ອເຂດເສດຖະກິດເປີດ ຈູລາຍ ໄດ້ຮັບການສ້າງຕັ້ງ, ບັນດາເຂດຊຸມຊົນ, ເຂດອຸດສາຫະກໍາ, ເຂດຕົວເມືອງ... ກໍ່ໄດ້ຮັບການສ້າງຕັ້ງ. ປັດຈຸບັນເຂດເສດຖະກິດມີເນື້ອທີ່ທັງໝົດກວ່າ 32.400 ເຮັກຕາ; ໄດ້ດຶງດູດ 142 ໂຄງການດ້ວຍເງິນລົງທຶນທັງໝົດ 4,2 ຕື້ໂດລາສະຫະລັດ; ມີ 88 ໂຄງການໄດ້ເຂົ້າສູ່ການເຄື່ອນໄຫວດ້ວຍເງິນທຶນກວ່າ 1,3 ຕື້ໂດລາສະຫະລັດ, ແກ້ໄຂວຽກເຮັດງານທໍາໃຫ້ຜູ້ອອກແຮງງານເກືອບ 23.000 ຄົນ...”.
ເມື່ອຊອກຮູ້ສະພາບຕົວຈິງຢູ່ເຂດເສດຖະກິດ ຢູງກວດ (ແຂວງ ກວາງຫງາຍ), ພວກຂ້າພະເຈົ້າ ເຫັນໄດ້ວ່າ, ລະບົບພື້ນຖານໂຄງລ່າງຢູ່ທີ່ນີ້ໄດ້ຮັບການລົງທຶນຢ່າງຄົບຊຸດໂດຍພື້ນຖານ. ອີງໃສ່ສິ່ງດັ່ງກ່າວ, ເຂດເສດຖະກິດ ຢູງກວດ ແລະບັນດາເຂດອຸດສາຫະກໍາຂອງແຂວງ ກວາງຫງ້າຍ ໄດ້ດຶງດູດ 262 ໂຄງການ, ດ້ວຍເງິນລົງທຶນທັງໝົດກວ່າ 11 ຕື້ໂດລາສະຫະລັດ; 167 ໂຄງການໄດ້ເຂົ້າສູ່ການເຄື່ອນໄຫວ, ແກ້ໄຂວຽກເຮັດງານທໍາໃຫ້ແກ່ຜູ້ອອກແຮງງານ 50.000 ຄົນ, ປະກອບສ່ວນເຂົ້າແຫຼ່ງງົບປະມານທ້ອງຖິ່ນສະເລ່ຍ 20.000 ຕື້ດົ່ງ/ປີ.
ແກ້ໄຂຂໍ້ຕິດຂັດ, ສິ່ງຄົງຄ້າງ
ເມື່ອໄດ້ຮັບການສ້າງຕັ້ງ, ບັນດາເຂດເສດຖະກິດລ້ວນແຕ່ມີເປົ້າໝາຍເບື້ອງຕົ້ນແມ່ນນໍາໃຊ້ບັນດາກົນໄກບູລິມະສິດເພື່ອສົ່ງເສີມ, ດຶງດູດການລົງທຶນ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນບັນດາກົນໄກບູລິມະສິດໃຫ້ແກ່ບັນດາເຂດເສດຖະກິດແຄມທະເລເວົ້າລວມ ແລະເຂດເສດຖະກິດຈຸດສຸມພາກກາງເວົ້າສະເພາະພຽງແຕ່ເທົ່າທຽບກັບເງື່ອນໄຂບູລິມະສິດສໍາລັບບັນດາບໍລິເວນມີເງື່ອນໄຂເສດຖະກິດ-ສັງຄົມຫຍຸ້ງຍາກເປັນພິເສດ. ຍ້ອນເຫດນັ້ນ, ລັດຖະບານຄວນເພີ່ມເຕີມບັນດານະໂຍບາຍບູລິມະສິດລື່ນກາຍຄາດໝາຍສໍາລັບເຂດເສດຖະກິດເພື່ອແນໃສ່ສ້າງທ່າແຮງການແກ່ງແຍ້ງລະຫວ່າງເຂດເສດຖະກິດກັບບັນດາເຂດຕ່າງໆ.
ປະຈຸບັນ, ວຽກງານຄຸ້ມຄອງບັນດາເຂດເສດຖະກິດ, ເຂດອຸດສາຫະກໍາໃໝ່ພຽງແຕ່ມີດໍາລັດຂອງລັດຖະບານແມ່ນເອກະສານນິຕິກໍາທາງດ້ານກົດໝາຍສູງສຸດ; ບັນດາເອກະສານນິຕິກໍາທາງດ້ານກົດໝາຍລົງເລິກຂະແໜງມີສະພາບການຊ້ຳຊ້ອນ, ຄົງຄ້າງ, ກໍ່ຄວາມຫຍຸ້ງຍາກໃຫ້ແກ່່່ວິວັດການຄຸ້ມຄອງເຂດເສດຖະກິດ, ເຂດອຸດສາຫະກໍາ.
ທ່ານ ດ່າມມີງເລ໊, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດ ຢູງກວດ ແລະບັນດາເຂດອຸດສາຫະກໍາແຂວງ ກວາງຫງາຍ ສະເໜີຕໍ່ລັດຖະບານຄວນປະກາດໃຊ້ດໍາລັດປ່ຽນແທນບັນດາດໍາລັດໃນປັດຈຸບັນ ເພື່ອແນໃສ່ເຫັນດີເປັນເອກະພາບຮູບແບບການຄຸ້ມຄອງລັດ “ປະຕູດຽວ, ກັບທີ່” ຢູ່ຄະນະຄຸ້ມຄອງເຂດເສດຖະກິດ, ເຂດອຸດສາຫະກໍາ.
ປັດຈຸບັນ, ເລື່ອງດຶງດູດການລົງທຶນເຂົ້າບັນດາເຂດເສດຖະກິດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານ ປອ.ເຢືອງດິ່ງຢ໋າມ, ອະດີດຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ, ນະໂຍບາຍອຸດສາຫະກໍາ (ກະຊວງອຸດສາຫະກໍາ-ການຄ້າ) ຖືວ່າ, ເຂດເສດຖະກິດຈຸດສຸມພາກກາງ ບໍ່ຄວນພັດທະນາພ້ອມທັງເຂດເສດຖະກິດທີ່ມີຢູ່ແລ້ວທັງໝົດ, ເຊິ່ງກ່ອນອື່ນໝົດ, ຄວນສຸມໃສ່ລົງທຶນໃຫ້ບັນດາເຂດເສດຖະກິດທີ່ມີສະມັດຕະພາບແຮງງານສູງ, ມີຄວາມສາມາດສ້າງມູນຄ່າເພີ່ມສູງໃຫ້ແກ່ພື້ນຖານເສດຖະກິດ.
ແປໂດຍ: ຫງວຽນກຸກ