ບັນດາຄົນເຈັບ ລ້ວນແຕ່ມີການພັດທະນາທີ່ດີ

ເຊິ່ງເປັນຄົນເຈັບໄດ້ຮັບການປິ່ນປົວມະເຮັງດ້ວຍການໝູນໃຊ້ພູມປັນຍາທຽມ, ເອື້ອຍ ດ່າມທີ້ແຮ້ງ (ບ້ານເກີດຢູ່ແຂວງ ຫວີ້ງຟຸກ) ປັດຈຸບັນມີອາລົມດີຂຶ້ນ, ເອື້ອຍ ແຮ້ງ ໄດ້ຮັບການບົ່ງມະຕິພະຍາດວ່າ ເປັນມະເຮັງນັບແຕ່ປີ 2015 ແລະໄດ້ຮັບການປິ່ນປົວທີ່ໂຮງໝໍຢູ່ຮ່າໂນ້ຍ ເປັນຫຼາຍຄັ້ງ. ເດືອນມີນາ 2018,  ເມື່ອຮູ້ໄດ້ວ່າໂຮງໝໍຫຼາຍຂະແໜງແຂວງ ຟູ໋ທໍ້ ຜັນຂະຫຍາຍ IBM WFO, ຄອບຄົວຈຶ່ງໄດ້ສົ່ງເອື້ອຍມາປິ່ນປົວຢູ່ນີ້. ພາຍຫຼັງໄດ້ຮັບການປິ່ນປົວເປັນເວລາສອງເດືອນ, ເອື້ອຍ ແຮ້ງ ສາມາດເຄື່ອນໄຫວໄປມາຄືປົກກະຕິ, ບໍ່ຕ້ອງການນໍາໃຊ້ຢາຫຼຸດຜ່ອນຄວາມເຈັບປວດ...

leftcenterrightdel
ທ່ານໝໍຢູ່ໂຮງໝໍຫຼາຍຂະແໜງແຂວງ ຟູ໋ທໍ້ ນໍາໃຊ້ລະບົບ IBM WFO ເຂົ້າໃນການໜູນຊ່ວຍປິ່ນປົວໃຫ້ແກ່ຄົນເຈັບເປັນພະຍາດມະເຮັງ. ພາບ: ກວາງມີງ.

ທ່ານໝໍ ໂງຫຶວຮ່າ ຕີລາຄາວ່າ, IBM WFO ໜູນຊ່ວຍບັນດາແພດໝໍໄດ້ຫຼາຍຢ່າງໃນການປິ່ນປົວມະເຮັງ.  ໂດຍແຕກຕ່າງກັບບັນດາຄົນເຈັບອື່ນ ທີ່ປິ່ນປົວຕາມວິທີດັ້ງເດີມ, ໂດຍອີງໃສ່ປະສົບການ ແລະຄວາມຮູ້ຂອງທ່ານໝໍ, ຄົນເຈັບໄດ້ຈົດທະບຽນປິ່ນ ປົວດ້ວຍລະບົບ IBM WFO ຈະໄດ້ຄຳນວນໂດຍອີງໃສ່ບັນດາຂໍ້ມູນລະອຽດຂອງຄົນເຈັບ. ພິເສດ, ບັນດາດັດຊະນີວິໄຈຂອງຄົນເຈັບຈະເອົາເຂົ້າໃນລະບົບວິເຄາະ ພ້ອມກັບຄໍາປຶກສາຂອງບັນດາແພດໝໍ ເພື່ອມີວິທີການປິ່ນປົວທີ່ເໝາະສົມ.

ສາມາດປ່ຽນແທນທ່ານໝໍ ໄດ້ ຫຼືບໍ?

ຄໍາຖາມວາງອອກແມ່ນລະບົບທັນສະໄໝດັ່ງກ່າວ ສາມາດປ່ຽນແທນທ່ານໝໍໃນການບົ່ງມະຕິພະຍາດ ແລະຍົກອອກມາບັນດາວິທີການປິ່ນປົວມະເຮັງ ໃຫ້ແກ່ຄົນເຈັບໄດ້ ຫຼືບໍ? ຮຈ.ປອ ເລວັນກວາງ, ຮອງຜູ້ອຳນວຍການໂຮງໝໍ K ຖືວ່າ, IBM WFO ຊ່ວຍໃຫ້ແພດໝໍອັບເດັດວິທີການໃຊ້ຢາໃໝ່ໃນການປິ່ນປົວມະເຮັງຢ່າງວ່ອງໄວ ເພື່ອຍົກອອກແຜນການປິ່ນປົວຢ່າງມີປະສິດທິຜົນ ແລະເໝາະສົມກັບຄົນເຈັບແຕ່ລະຄົນ. ລະບົບພິເສດທີ່ມີປະໂຫຍດໃນການບໍາລຸງສ້າງ, ຍົກສູງກໍາລັງຄວາມສາມາດຂອງທ່ານໝໍ, ພິເສດແມ່ນບັນດາທ່ານໝໍໜຸ່ມ, ເຖິງຢ່າງໃດກໍ່ຕາມ, ເລື່ອງຍົກອອກວິທີການປິ່ນປົວຂຶ້ນກັບຈຸດພິເສດຂອງຄົນເຈັບແຕ່ລະຄົນ, ມີພຽງແຕ່ທ່ານໝໍຈຶ່ງຍົກອອກບັນດາການກຳນົດທີ່ເໝາະສົມກັບເງື່ອນໄຂຊີວະສາດ ແລະສະພາບການຂອງຄົນເຈັບແຕ່ລະຄົນ. ສະນັ້ນ, ຕາມທ່ານ ເລວັນກວາງ ແລ້ວ, ລະບົບນີ້ບໍ່ສາມາດປ່ຽນແທນ ການກວດ, ບົ່ງມະຕິ ແລະຕົກລົງປິ່ນປົວໃຫ້ແກ່ທ່ານໝໍໄດ້.

 

ແປໂດຍ: ທູຈາງ