leftcenterrightdel
ທ່ານ Bruno Angelet ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ (ອີຢູ) ປະຈໍາ ຫວຽດນາມ. ພາບ: tuoitre.vn.

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ Bruno Angelet ເນັ້ນໜັັກວ່າ, ໃນຊຸມປີມໍ່ໆມານີ້, ສາຍພົວພັນ ອີຢູ-ຫວຽດນາມ ມີບັນດາບາດກ້າວພັດທະນາຢ່າງເລິກເຊິ່ງໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ... ທ່ານ Bruno Angelet ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າສ້າງຄວາມຫວັງເຂົ້າໃນບັນດາບາດກ້າວສຸດທ້າຍມຸ່ງໄປເຖິງການລົງນາມສັນຍາການຄ້າເສລີ (FTA) ໃນທ້າຍປີນີ້. FTA ນີ້ບໍ່ພຽງແຕ່ຈະຊ່ວຍຍົກສູງຂອບຂະໜາດ ແລະຄຸນນະພາບຂອງພື້ນຖານເສດຖະກິດຫວຽດນາມ ເຊິ່ງມັນຍັງນຳຫວຽດນາມ ໃຫ້ກາຍເປັນປະຕູ ແລະສູນກາງຜະລິດສໍາລັບບັນດາບໍລິສັດເອີລົບ ເມື່ອເຂົ້າມາອາຊຽນ”.

ທ່ານ ເຈິ່ນຕ໋ວນແອງ ສະແດງຄວາມຂອບອົກຂອບໃຈຄະນະປະຕິບັດງານອີຢູ ແລະບັນດາປະເທດສະມາຊິກອີຢູ ທີ່ຊ່ວຍເຫຼືອຫວຽດນາມ ໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄື ເຊື່ອມໂຍງເຂົ້າກັບສາກົນ.

ທ່ານ Bruno Angelet ແລະທ່ານ ເຈິ່ນຕ໋ວນແອງ ພ້ອມກັນສະແດງຄວາມເຊື່ອໝັ້ນວ່າໃນອະນາຄົດສາຍພົວພັນ ຫວຽດນາມ-ອີຢູ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມ.

 

ແປໂດຍ: ເກື່ອງດັ້ງ