ຕິດພັນເສດຖະກິດ ກັບການຮັບປະກັນດ້ານປ້ອງກັນຊາດ

ດ້ວຍທິດນໍາທີ່ວ່າດໍາເນີນທຸລະກິດມຸ່ງໄປເຖິງເປົ້າໝາຍລູກຄ້າທີ່ເປັນກັນເອງ ແລະຄົນທຸກຍາກ, Viettel ສາຂາແຂວງດັກລັກ ໄດ້ຍູ້ແຮງລົງທຶນເຂົ້າພື້ນຖານໂຄງລ່າງໂທລະຄົມມະນາຄົມ ຢູ່ບັນດາເຂດທຸກຍາກ, ເຂດຊາຍແດນ, ເຂດຊາວເຜົ່າສ່ວນໜ້ອຍ... ໃນບັນດາສະຖານທີ່ເຫຼົ່ານີ້, ປະຊາຊົນຈຳເປັນຕ້ອງໄດ້ຮັບການຊົມໃຊ້ຜົນງານຂອງເຕັກໂນໂລຢີຂໍ້ມູນຂ່າວສານ, ຄື: ໂທລະສັບມືຖື, ອິນເຕີແນັດ, wifi, ໂທລະພາບສາຍກາບໃຍແສງ. ຍ້ອນເຫດນັ້ນ, Viettel ສາຂາແຂວງດັກລັກ ຈຶ່ງໄດ້ກະຈາຍຄື້ນໂທລະສັບມືຖືຢ່າງວ່ອງໄວ, ເປີດສາຍກາບໃຍແສງໄປເຖິງບັນດາບໍລິເວນໃນແຂວງ.

ຕາມທ່ານ ເລດຶກແອງ  ຜູ້ອໍານວຍການ Viettel ສາຂາແຂວງດັກລັກ ແລ້ວ: ມາຮອດປັດຈຸບັນ, ໃນບໍລິເວນ, Viettel ໄດ້ລົງທຶນ 570 ສະຖານີຮັບ-ສົ່ງສັນຍານໂທລະສັບເຄື່ອນທີ່ BTS, ໃນນັ້ນມີ 510 ສະຖານີຮັບ-ສ່ົງສັນຍານ 4G ,  52 ສະຖານີຮັບ-ສົ່ງສັນຍານ 3G ແລະ 8 ສະຖານີຮັບ-ສົ່ງສັນຍານ 2G; ຂະຫຍາຍເບີໂທລະສັບມືຖືໄດ້ 1.030.000 ເບີ, ກວມເອົາ 54% ພາກສ່ວນໂທລະສັບມືຖືຢູ່ແຂວງດັກລັກ. ດ້ວຍພື້ນຖານໂຄງລ່າງທີ່ມີຢູ່ໃນປັດຈຸບັນ, Viettel ໄດ້ກະຈາຍຄື້ນ 4G, ສາຍກາບໃຍແສງໄປເຖິງຕາແສງ, ເມືອງ,  ເທດສະບານເມືອງໃນບໍລິເວນແຂວງດັກລັກໄດ້້້ 100%. Viettel ສາຂາແຂວງດັກລັກ ກາຍເປັນໜຶ່ງໃນບັນດາກົມກອງດໍາເນີນທຸລະກິດມີປະສິດທິຜົນ, ມີລະດັບລາຍຮັບສັງກັດໃນ Top ນໍາໜ້າຢູ່ບັນດາແຂວງພາກກາງ ແລະເຂດໄຕຫງວຽນ. ປີ 2017, Viettel ສາຂາແຂວງດັກລັກ ບັນລຸຍອດລາຍຮັບເກືອບ 1.000 ຕື້ດົ່ງ, ມອບລາຍຮັບເຂົ້າງົບປະມານທ້ອງຖິ່ນ 70 ຕື້ດົ່ງ.

leftcenterrightdel
Viettel ສາຂາແຂວງດັກລັກ ໃນວັນບຸນສົ່ງເສີມສຸຂະພາບໃຫ້ແກ່ລູກຄ້າ. ພາບ: ບິ່ງດີ້ງ.
leftcenterrightdel
Viettel ສາຂາແຂວງດັກລັກ  ລົງມືກໍ່ສ້າງເຮືອນ 100 ດົ່ງ ໃຫ້ແກ່ຄອບຄົວທຸກຍາກ ຢູ່ເມືອງ Ea Súp. ພາບ: ບິ່ງດີ້ງ.

ບໍ່ພຽງແຕ່ດໍາເນີນທຸລະກິດຢ່າງມີປະສິດທິຜົນເທົ່ານັ້ນ, ຫາກ Viettel ສາຂາແຂວງດັກລັກ ຍາມໃດກໍ່ເອົາໃຈໃສ່ເຖິງການປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຕັ້ງໜ້າເຂົ້າຮ່ວມວຽກງານຮັບປະກັນຊີວິດສັງຄົມອີກດ້ວຍ. ມາຮອດປັດຈຸບັນ, Viettel ຮັບປະກັນການຕິດຕໍ່ສື່ສານຢູ່ເສັ້ນຊາຍແດນແຂວງດັກລັກ ເປັນຢ່າງດີ; ຕອບສະໜອງຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນໃຫ້ແກ່ໜ້າທີ່ປ້ອງກັນຊາດ ແລະວຽກງານການທະຫານຢູ່ທ້ອງຖິ່ນໄດ້ດີທີ່ສຸດ. ສໍາລັບວຽກງານຮັບປະກັນຊີວິດສັງຄົມ, ໃນປີ 2017, Viettel ສາຂາແຂວງດັກລັກ ໄດ້ໜູນຊ່ວຍບັນດາການເຄື່ອນໄຫວສັງຄົມ, ການກຸສົນ, ການຕອບບຸນແທນຄຸນ; ການປ້ອງກັນ ແລະຕ້ານໄພນໍ້າຖ້ວມໃນບໍລິເວນແຂວງດັກລັກ ເປັນເງິນ 5,76 ຕື້ດົ່ງ.

ນໍາໜ້າໃນການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ

ດ້ວຍຊື່ສຽງ ແລະຄວາມຮັບຜິດຊອບຂອງວິສາຫະກິດກອງທັບ, ເດືອນມິຖຸນາ 2017, Viettel ໄດ້ຮັບການຄັດເລືອກຈາກຄະນະກໍາມະການປະຊາຊົນແຂວງດັກລັກ ລົງນາມໃນຂໍ້ຕົກລົງຮ່ວມມືພັດທະນາ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ໄລຍະ 2017-2020. ຕາມນັ້ນແລ້ວ, ໄລຍະ 2017-2020, Viettel ສາຂາແຂວງດັກລັກ ພັດທະນາ ແລະຜັນຂະຫຍາຍບັນດາການເຄື່ອນໄຫວໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນອົງການແຫ່ງລັດ ຂຶ້ນກັບຂົງເຂດ: ສາທາລະນະສຸກ, ການສຶກສາ ແລະບໍາລຸງສ້າງ, ການບໍລິຫານພາກລັດ, ການຄົມມະນາຄົມ, ວັດທະນະທໍາ ແລະທ່ອງທ່ຽວ, ຄວາມໝັ້ນຄົງ ແລະຄວາມປອດໄພດ້ານການສື່ສານ... ຕໍ່ໄປ, ແມ່ນໄລຍະ 2019-2020, Viettel ຈະໜູນຊ່ວຍແຂວງດັກລັກ ຍົກລະດັບ, ເປີດກວ້າງບັນດາການໝູນໃຊ້ດັ່ງກ່າວ, ພ້ອມທັງຄົ້ນຄວ້າ ແລະຜັນຂະຫຍາຍບັນດາການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງທ້ອງຖິ່ນຕື່ມອີກ.

leftcenterrightdel
ຄະນະກໍາມະການປະຊາຊົນແຂວງດັກລັກ ແລະກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ລົງນາມໃນຂໍ້ຕົກລົງຮ່ວມມືພັດທະນາ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໄລຍະ 2017-2020. ພາບ: ບິ່ງດີ້ງ.

ພາຍຫຼັງການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມມາເປັນເວລາກວ່າ 1 ປີ, ມາຮອດປັດຈຸບັນ Viettel ສາຂາແຂວງດັກລັກ ໄດ້ໜູນຊ່ວຍວຽກງານແທດຈິງຫຼາຍພາກສ່ວນໃຫ້ແຂວງດັກລັກ.

ທ່ານ ຫງວຽນຕວ໋ນຮ່າ, ຮອງປະທານຄະນະກໍາມະການປະຊາຊົນແຂວງດັກລັກ ຢັ້ງຢືນວ່າ:  Viettel ມີພື້ນຖານໂຄງລ່າງທີ່ດີ, ມີແຫຼ່ງຊັບພະຍາກອນມະນຸດທີ່ເຂັ້ມແຂງ, ສະນັ້ນ, ແຂວງດັກລັກ ມີຄວາມເຊື່ອໝັ້ນເລືອກເອົາ Viettel ເພື່ອຮ່ວມມືພັດທະນາ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນບໍລິເວນ. ອໍານາດການປົກຄອງແຂວງດັກລັກ ກໍ່ຕີລາຄາສູງບັນດາການປະກອບສ່ວນຂອງ Viettel ໃນການພັດທະນາເສດຖະກິດ-ສັງຄົມ ແລະຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນຊຸມປີຜ່ານມາ.

 

ແປໂດຍ: ທູຈາງ