ສັນຍາຄູ່ຮ່ວມມືກ້າວໜ້າ ແລະຮອບດ້ານຂ້າມປາຊີຟິກ (CPTPP) ຫາກໍ່ໄດ້ຮັບການລົງນາມຈະສ້າງກາລະໂອກາດພັດທະນາຫຼາຍຢ່າງຕື່ມອີກໃຫ້ພື້ນຖານເສດຖະກິດຫວຽດນາມ. ລາຄານ້ຳມັນໃນຕະຫຼາດໂລກພວມຢູ່ໃນລະດັບສູງ. ພ້ອມກັບທ່ວງທ່າຈະເລີນເຕີບໂຕຈາກບັນດາມາດຕະການບໍລິຫານເສດຖະກິດແຕ່ປີ 2017 ມາຮອດປະຈຸບັນໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈວ່າ: ລະດັບເຕີບໂຕເສດຖະກິດຫວຽດນາມ ປີ 2018 ສາມາດບັນລຸລະດັບ 6,7% ເຊິ່ງລັດຖະບານວາງອອກ.

ບັນດາການຕີລາຄາລ້ວນແຕ່ມີຄວາມປະເອີບໃຈ

ປີນີ້, ລັດຖະບານຮຽກຮ້ອງແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນກຳແໜ້ນສະພາບການພາຍໃນປະເທດ ແລະໂລກເພື່ອວາງແຜນການພັດທະນາເສດຖະກິດ, ລາຍຮັບງົບປະມານຢ່າງລະອຽດທີ່ສຸດ. ແຜນການດັ່ງກ່າວໄດ້ສ້າງໃຫ້ແຕ່ລະໄຕມາດ, ພ້ອມກັບບັນດາຂໍ້ສະເໜີແນະ, ສະເໜີບັນດາໜ້າທີ່, ມາດຕະການເພື່ອຜັນຂະຫຍາຍການປະຕິບັດແນໃສ່ບັນລຸເປົ້າໝາຍສູງສຸດ.

leftcenterrightdel
ພາບປະກອບ. ພາບ: ຮຸ່ງຄວາ.

ເຖິງວ່າກະຊວງແຜນການ ແລະການລົງທຶນຫວຽດນາມ ບໍ່ທັນວາງອອກແຜນການຢ່າງເປັນທາງການກໍ່ຕາມ, ແຕ່ວ່າຕາມການຕີລາຄາຂອງນັກຊ່ຽວຊານດ້ານເສດຖະກິດຫຼາຍຄົນແລ້ວ, ເສດຖະກິດຫວຽດນາມ ປີ 2018 ສາມາດບັນລຸໄດ້ເປົ້າໝາຍຈະເລີນເຕີບໂຕໃນລະດັບ 6,5-6,7% ເຊິ່ງສະພາແຫ່ງຊາດໄດ້ມອບໃຫ້, ຊ້ຳບໍ່ໜຳອາດສາມາດບັນລຸໄດ້ລະດັບສູງກວ່າ.

ຕາມບົດລາຍງານກ່ຽວກັບສະພາບເສດຖະກິດມະຫາພາກໃນໄລຍະສອງເດືອນຕົ້ນປີ 2018 ທີ່ຫາກໍ່ໄດ້ປະກາດນັ້ນ, ຄະນະກຳມະການຕິດຕາມກວດກາດ້ານການເງິນແຫ່ງຊາດກໍ່ໃຫ້ຮູ້ວ່າ: ການເຄື່ອນໄຫວຜະລິດສືບຕໍ່ຜັນແປໄປຢ່າງຕັ້ງໜ້າຍ້ອນມີການຊີ້ນຳບໍລິຫານຢ່າງຂ້ຽວຂາດຈາກລັດຖະບານຕາມເນື້ອໃນຈິດໃຈມະຕິເລກທີ 01/NQ-CP. ຊ້ຳບໍ່ໜຳ, ຄະນະກຳມະການຕິດຕາມກວດກາດ້ານການເງິນແຫ່ງຊາດຄາດຄະເນວ່າ, ລະດັບເຕີບໂຕປີນີ້ອາດສາມາດຂຶ້ນເຖິງ 6,8%.

ບັນດາສັນຍານຕັ້ງໜ້າໃນໄຕມາດ I

ໂດຍສືບຕໍ່ທ່າເຕີບໂຕສູງຂອງປີ 2017, ໃນໄລຍະສອງເດືອນຕົ້ນປີ ພື້ນຖານເສດຖະກິດສືບຕໍ່ມີທ່າອ່ຽງຕັ້ງໜ້າ. ໜຶ່ງໃນບັນດາດັດຊະນີສຳຄັນທີ່ສຸດທີ່ກະທົບເຖິງການຈະເລີນເຕີບໂຕເສດຖະກິດນັ້ນແມ່ນດັດຊະນີການຜະລິດອຸດສາຫະກຳ (IIP) ໃນສອງເດືອນຕົ້ນປີ 2018 ເພີ່ມຂຶ້ນ 15,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສູງກ່ວາ 6 ເທົ່າເມື່ອທຽບກັບລະດັບເພີ່ມຂຶ້ນ 2,4% ຂອງໄລຍະດຽວກັນຂອງປີກາຍ.

ເມື່ອເວົ້າເຖິງບັນດາການກະທົບທີ່ຕັ້ງໜ້າຂອງເລື່ອງສັນຍາ CPTPP ໄດ້ຮັບການລົງນາມ, ນັກຊ່ຽວຊານດ້ານເສດຖະກິດ ຫງວຽນມິງຟອງ ຖືວ່າ, ເຖິງວ່າຮອດຕົ້ນປີ 2019, ບັນດາມາດຕາຂອງສັນຍານີ້ຈຶ່ງໄດ້ມີຜົນສັກສິດ, ຫຼັງຈາກນັ້ນຈຶ່ງມີປະສິດທິຜົນຂອງການສົ່ງອອກ, ແຕ່ວ່ານັບແຕ່ປັດຈຸບັນ, ພື້ນຖານເສດຖະກິດຫວຽດນາມ ໄດ້ມີຜົນປະໂຫຍດຈາກການຮັບເອົາບັນດາແຫຼ່ງເງິນລົງທຶນ FDI ໃໝ່ເພື່ອລັດໜ້າ CPTPP. ນັກຊ່ຽວຊານດ້ານເສດຖະກິດ ຫງວຽນມິງຟອງ ເຊື່ອໝ້ັນວ່າລະດັບເຕີບໂຕ 6,7% ເຊິ່ງລັດຖະບານວາງອອກແມ່ນສາມາດເປັນໄປໄດ້.

ສຳລັບຜົນປະໂຫຍດຂອງການເຊັນສັນຍາ CPTPP, ທ່ານ ເລືອງຮ່ວາງຖ໋າຍ ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ) ຖືວ່າ, ຕາມການຄົ້ນຄວ້າຕ່າງໆແລ້ວ, ຜົນປະໂຫຍດທາງອ້ອມຍັງສູງກ່ວາກຸ່ມຜົນປະໂຫຍດໂດຍກົງເມື່ອເປີດປະຕູຕະຫຼາດ. ສັນຍາຍັງມີຜົນປະໂຫຍດອື່ນຄື: ຜົນປະໂຫຍດຈາກການປອດພາສີ. ເມື່ອບັນດາປະເທດມີສັນຍາການຄ້າເສລີ (FTA), ໝາຍຄວາມວ່າເຫັນດີເປັນເອກະພາບຕໍ່ຫຼັກການລວມ, ຕາມຄຸນນະພາບການຄຸ້ມຄອງ, ການຄ້າດຽວກັນ, ສະນັ້ນມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນກ່ວາ.

ຕ້ອງລະມັດລະວັງຕໍ່ໄພເງິນເຟີ້

ນັກຊ່ຽວຊານດ້ານເສດຖະກິດ, ອະດີດຮອງລັດຖະມົນຕີຜູ້ປະຈຳການກະຊວງວິທະຍາສາດ ແລະກໍ່ສ້າງ ກາວຫວຽດຊິງ ຖືວ່າ, ເຖິງວ່າເສດຖະກິດປີ 2018 ແມ່ນດີພໍສົມຄວນ, ແຕ່ວ່າຍັງມີຄວາມສ່ຽງຫຼາຍຢ່າງທີ່ຈຳເປັນຕ້ອງຄາດຄະເນລ່ວງໜ້າ ແລະຕ້ອງລະມັດລະວັງໃນການບໍລິຫານ, ໃນນັ້ນເຫັນໄດ້ຊັດທີ່ສຸດແມ່ນໄພເງິນເຟີ້. ທ່ານ ກາວຫວຽດຊິງ ຍັງຖືວ່າ, ພື້ນຖານເສດຖະກິດຫວຽດນາມ ຈະປະເຊີນໜ້າກັບຄວາມສ່ຽງໃນປີ 2018 ອີກແມ່ນທ່າອ່ຽງອາລັກຂາດ້ານການຄ້າຂອງອາເມລິກາ ອາດສາມາດຈະສົ່ງຜົນສະທ້ອນເຖິງການຄ້າ ແລະເສດຖະກິດທົ່ວໂລກ.

ວິເຄາະກ່ຽວກັບບັນຫາດັ່ງກ່າວ, ທ່ານປອ ຫວໍຈີ໋ແທ່ງ, ອະດີດຮອງຫົວໜ້າສະຖາບັນຄົ້ນຄ້ວາ ແລະຄຸ້ມຄອງເສດຖະກິດສູນກາງ (CIEM) ໃຫ້ຮູ້ວ່າ, ເສດຖະກິດຫວຽດນາມ ພວມເປີດອອກສະນັ້ນຈະຂຶ້ນກັບພື້ນຖານເສດຖະກິດໂລກຫຼາຍ. ໃນເມື່ອນັ້ນ, ເສດຖະກິດໂລກໄດ້ຮັບການຄາດຄະເນວ່າຍັງມີທ່າອ່ຽງຕັ້ງໜ້າ, ແຕ່ວ່າບໍ່ມີລະດັບໃຫຍ່ຄືປີ 2017. ໂລກກໍ່ປະເຊີນໜ້າກັບຄວາມສ່ຽງໃຫຍ່ຫຼາຍຢ່າງທີ່ກ່ຽວຂ້ອງເຖິງຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະທ່າອ່ຽງອາລັກຂາດ້ານການຄ້າ. ລະດັບເຕີບໂຕເສດຖະກິດຫວຽດນາມ ຍັງຂຶ້ນກັບບັນດາຂົງເຂດຄື: ຜະລິດປຸງແຕ່ງ-ປະດິດ, ອະສັງຫາລິມະຊັບ, ການບໍລິການ. ບັນດາຂະແໜງດັ່ງກ່າວໃນປີຕໍ່ໄປອາດສາມາດພັດທະນາຢູ່ ແຕ່ບໍ່ຂະຫຍາຍຕົວຢ່າງແຮງຄື ປີ 2017. ແຕ່ວ່າ, ທ່ານ ປອ ຫວໍຈີ໋ແທ່ງ ເຊື່ອໝັ້ນວ່າ, ເປົ້າໝາຍຈະເລີນເຕີບໂຕປີ 2018 ເຊິ່ງສະພາແຫ່ງຊາດຮັບຮອງເອົາໃນລະດັບແຕ່ 6,5 ເຖິງ 6,7% ແມ່ນຈະບັນລຸໄດ້.

ທີ່ກອງປະຊຸມສາມັນ ເດືອນ ກຸມພາ 2018 ຂອງ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີບັນດາກະຊວງ, ຂະແໜງການຕ້ອງສຸມໃສ່ຄົ້ນຄວ້າ, ສະເໜີບັນດາໜ້າທີ່, ແຜນນະໂຍບາຍຮັບມືຕໍ່ເລື່ອງຫຼາຍປະເທດໃຫຍ່ກຳລັງດັດປັບນະໂຍບາຍ, ຄື: ຫຼຸດອາກອນລາຍຮັບວິສາຫະກິດ, ເພີີ່ມພາສີສຳລັບສິນຄ້ານຳເຂົ້າບາງປະເພດ, ສ້າງຮົ້ວກີດຂວາງການຄ້າ... ຊ້ຳບໍ່ໜຳ, ມີບັນດາສັນຍານໃນໄລຍະມໍ່ໆມານີ້ຍັງສະແດງໃຫ້ເຫັນວ່າ, ອາດຈະມີບັນດາການປະທະກັນດ້ານການຄ້າລະຫວ່າງບັນດາປະເທດໃຫຍ່. ສິ່ງດັ່ງກ່າວອາດຈະເປັນການກະທົບບໍ່ດີເຖິງພື້ນຖານເສດຖະກິດສົ່ງອອກຄື ຫວຽດນາມ, ສະນັ້ນຮຽກຮ້ອງຕ້ອງມີນະໂຍບາຍຮັບມືຢ່າງມີໄຫວພິບ, ທັນການ.

ແປໂດຍ: ຈາງຫງວຽນ