ໃນປະຈຸບັນ, ກົມກອງໄດ້ປະຕິບັດຫັນການເຄື່ອນໄຫວການຮັບ-ສົ່ງສິນຄ້າເປັນ mobile 100%, ລູກຄ້າສາມາດສ້າງລາຍການສິນຄ້າ, ຊອກຫາໂຮງໄປສະນີ... ຂອງ Viettel Post ໄດ້ຢ່າງງ່າຍດາຍຜ່ານລະບົບໃນ app mobile ຢູ່ My Viettelpost ໃນລະບົບບໍລິຫານ IOS ແລະ VTPOST ໃນລະບົບບໍລິຫານ Androi. ນີ້ກໍ່ແມ່ນລະບົບໜູນຊ່ວຍລູກຄ້າ mobile ທໍາອິດຢູ່ ຫວຽດນາມໃນຂົງເຂດການຮັບ-ສົ່ງສິນຄ້າ.

ພາຍຫຼັງກວ່າ 20 ປີແຫ່ງວັນສ້າງຕັ້ງ, ເຕັກໂນໂລຢີຂໍ້ມູນຂ່າວສານໄດ້ກາຍເປັນເຄື່ອງມືໜູນຊ່ວຍຢ່າງຮອບດ້ານກັບບັນດາການເຄື່ອນໄຫວການຜະລິດ ກໍ່ຄື ການຄຸ້ມຄອງ, ການບໍລິຫານຢູ່ Viettel Post.

ປີ 2017, ເຄືອຂ່າຍຂອງ Viettel Post ນັບມື້ນັບໄດ້ຮັບການເປີດກວ້າງທັງຢູ່ພາຍໃນ ແລະຕ່າງປະເທດຢ່າງບໍ່ຢຸດຢັ້ງ. ດ້ວຍໂຮງໄປສະນີກວ່າ 1000 ແຫ່ງ, ມີສະຖານທີ່ທຸລະກໍາເກືອບ 5000 ແຫ່ງ ແລະສາຂາຈຳໜ່າຍເກັບໂຮມປົກຄຸມໄປຮອດບັນດາຕາແສງເຂດພູສູງ ແລະເມືອງເກາະໃນທົ່ວປະເທດ, ການບໍລິການຂອງໄປສະນີ viettel ໄດ້ສໍາເລັດພາລະກໍາໄປເລິກກວ່າ, ໄປໄກກວ່າເພື່ອໃຫ້ມະນຸດໄດ້ຢູ່ໃກ້ກັນກວ່າ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວດໍາເນີນທຸລະກິດຂອງ Viettel Post ໃນໄລຍະຜ່ານມາ.

leftcenterrightdel
 
leftcenterrightdel
ພາລະກອນ Viettel Post ຍາມໃດກໍ່ເປັນມິດສະໜິດສະໜົມກັບລູກຄ້າ. ພາບ: ວັນຟອງ-ເຮືອງຢາງ
leftcenterrightdel
ບັນດາຫໍ່ເຄື່ອງຂອງທີ່ຝາກທາງໄປສະນີໄດ້ຮັບການກວດກາຢ່າງລະອຽດ. ພາບ: ວັນຟອງ-ເຮືອງຢາງ
leftcenterrightdel
ເຄືອຂ່າຍຂອງ Viettel Post ນັບມື້ນັບໄດ້ຮັບການເປີດກວ້າງທັງຢູ່ພາຍໃນ ແລະຕ່າງປະເທດຢ່າງບໍ່ຢຸດຢັ້ງ. ພາບ: ວັນຟອງ-ເຮືອງຢາງ
leftcenterrightdel
ດ້ວຍໂຮງໄປສະນີກວ່າ 1000 ແຫ່ງ, ສະຖານທີ່ທຸລະກໍາເກືອບ 5000 ແຫ່ງ ແລະສາຂາຈຳໜ່າຍຢູ່ບັນດາຕາແສງເຂດຫ່າງໄກສອກຫຼີກໃນທົ່ວປະເທດ. ພາບ: ວັນຟອງ-ເຮືອງຢາງ
leftcenterrightdel
ໄປສະນີ Viettel Post ໄປເລິກ, ໄປໄກເພື່ອຊ່ວຍໃຫ້ມະນຸດໄດ້ຢູ່ໃກ້ກັນກວ່າ. ພາບ: ວັນຟອງ-ເຮືອງຢາງ
leftcenterrightdel

ປີ 2018, Viettel Post ຈະສະໜອງພື້ນຖານໂຄງລ່າງເຕັກໂນໂລຢີທັນສະໄໝກວ່າອີກ ເພື່ອຊ່ວຍລູກຄ້າຄຸ້ມຄອງສິນຄ້າ, ເຄື່ອງຂອງທີ່ຝາກທາງໄປສະນີ. ພາບ: ວັນຟອງ-ເຮືອງຢາງ

leftcenterrightdel
Viettel Post ກໍານົດວ່າການຮັບຟັງຄໍາເຫັນຂອງລູກຄ້າແມ່ນພື້ນຖານເພື່ອສ້າງບໍລິສັດໃຫຍ່ໃຫ້ນັບ ມື້ນັບພັດທະນາ. ພາບ: ວັນຟອງ-ເຮືອງຢາງ
leftcenterrightdel
 
leftcenterrightdel
ດ້ວຍການສະໜັບສະໜູນຂອງລູກຄ້າ, ບັນດາຖ້ຽວລົດໄປສະນີຂອງ Viettel ໄດ້ໄປເຖິງບັນດາເຂດຫ່າງໄກສອກຫຼີກຂອງປະເທດຊາດ. ພາບ: ວັນຟອງ-ເຮືອງຢາງ

 

ແປໂດຍ: ເຈິ່ນຮວ່ຽນ